ວັນນີ້ ມີຜູ້ເສຍຊີວິດໃໝ່ຈາກພະຍາດໂຄວິດ-19 ອີກ 2 ຄົນ

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໂດຍໄດ້ຮັບການມອບໝາຍ ຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 21 ຕຸລາ ປີ 2021 ວ່າ: ວັນທີ 20 ຕຸລາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.579 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 392 ຄົນ (ຕິດເຊື້ອພາຍໃນ ມີ 389 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ).

    ສະເພາະຜູ້ຕິດເຊືື້ອພາຍໃນໃໝ່ທັງໝົດ 389 ຄົນ ມີຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາ ແຂວງທີ່ມີການຕິດເຊື້ອໜ້ອຍຄື:

  • ນະຄອນຫຼວງວຽງຈັນ 158 ຄົນ: ມາຈາກ 71 ບ້ານ ໃນ 9 ເມືອງ ຍັງສືບຕໍ່ 14 ກໍລະນີ
  • ວຽງຈັນ 99 ຄົນ ຈາກ 29 ໃນ 5 ເມືອງ
  • ຫຼວງພະບາງ 44 ຄົນ ຈາກ 19 ບ້ານ ໃນ 1 ນະຄອນ 3 ເມືອງ
  • ຄໍາມ່ວນ 28 ຄົນ 2 ເມືອງ ໃນ 6 ບ້ານ
  • ສະຫວັນນະເຂດ 25 ຄົນ ຈາກ 12 ບ້ານ ໃນ 1 ນະຄອນໄກສອນ 1 ເມືອງ
  • ບໍລິຄໍາໄຊ 12 ຄົນ 1 ເມືອງ 1 ບ້ານ
  • ຫຼວງນໍ້ທາ 8 ຄົນ: 1 ເມືອງ 3 ບ້ານ
  • ຈໍາປາສັກ 7 ຄົນ ຈາກ 5 ບ້ານ ໃນ 1 ນະຄອນ 2 ເມືອງ
  • ສາລະວັນ 4 ຄົນ: 1 ເມືອງ 2 ບ້ານ
  • ໄຊສົມບູນ 3 ຄົນ: 2 ເມືອງ 2 ບ້ານ
  • ບໍ່ແກ້ວ 1 ຄົນ

    ສໍາລັບຜູ້ຕິດເຊື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້ ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີ 3 ຄົນ: ແຂວງະຫວັນນະເຂດ 2 ຄົນ ແລະ ອຸດົມໄຊ 1 ຄົນ ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

    ມາຮອດວັນທີ 20 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 33.998 ຄົນ ເສຍຊີວິດສະສົມ 48 ຄົນ (ໃໝ່ 2) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານມີ 725 ຄົນ ກໍາລັງປິ່ນປົວ 6.985 ຄົນ.

    ສໍາລັບຜູ້ເສຍຊີວິດໃໝ່ 2 ຄົນ ມີຄື:

  • ຜູ້ທີ 1 ເພດຍິງ ອາຍຸ 71 ປີ ອາຊີບ ປະຊາຊົນ ບ້ານຢູ່ປັດຈຸບັນສະພານເໜືອ ນະຄອນໄກສອນ ແຂວງສະຫວັນນະເຂດ ເປັນຜູ້ສຳຜັດໃກ້ຊິດກັບຄົນໃນຄອບຄົວຕິດເຊື້ອໂຄວິດ-19 (ທັງໝົດ 4 ຄົນ) ຜຸ້ກ່ຽວມີພະຍາດປະຈໍາຕົວ: ເບົາຫວານ ຜ່ານມາໄດ້ສັກຢາວັກຊີນ: J&J ໃນວັນທີ 26 ສິງຫາ 2021 ວັນທີ 10 ຕຸລາ 2021: ຜູ້ກ່ຽວມີອາການອິດເມື່ອຍ ໄຂ້ ໄອມີຂີ້ກະເທີ່ ແລະ ເມື່ອຍຫຼາຍເວລາເຄື່ອນໄຫວໄປມາ ຈຶ່ງໄປກວດຢູ່ໂຮງໝໍແຂວງ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວີດ-19 ວັນທີ 11 ຕຸລາ 2021 ຜົນກວດອອກມາພົບເຊື້ອພະຍາດໂຄວິດ-19 ແລະ ເຂົ້ານອນປີ່ນປົວຕິດຕາມອາການຢູ່ໂຮງໝໍ ສະໜາມຫຼັກ 9 ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 11-20 ຕຸລາ 2021 ເປັນເວລາ 10 ວັນ ເວລາ 13:15 ໂມງ ຂອງວັນທີ 20 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ
  • ຜູ້ທີ 2 ເພດຊາຍ ອາຍຸ 50 ປີ ບ້ານສົມສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີພະຍາດປະຈໍາຕົວ ເບົາຫວານ ຄວາມດັນເລືອດສູງ ແລະ ເຄີຍປີ່ນປົວພະຍາດວັນນະໂລກ ມາໄດ້ 4 ປີ ໄດ້ສັກຢາວັກຊິນ (ຊີໂນຟາມຄົບ ສອງເຂັມ) ວັນທີ 17 ຕຸລາ 202 ໄດ້ໄປກວດຢູ່ໂຮງໝໍລາວ-ຫວຽດ ຍ້ອນອາການໄຂ້ ແລະ ໄອອອກເລືອດ ພ້ອມທັງໄດ້ເກັບຕົວຢ່າງມາກວດດ້ວຍ Ag RDT ແມ່ນພົບເຊືຶ້ອພະຍາດໂຄວິດ-19 ແລະ ໄດ້ເຂົ້າມານອນປີ່ນປົວຢູ່ໂຮງໝໍ 103 ແຕ່ວັນທີ 17-20 ຕຸລາ 2021 ເປັນເວລາ 4 ວັນ ມາຮອດເວລາ 16 ໂມງ 20 ນາທີ ຂອງວັນທີ 20 ຕຸລາ 2021 ຜູ້ກ່ຽວໄດ້ມີອາການໜັກຂື້ນ ແລະ ເສຍຊີວິດໃນເວລາຕໍ່ມາ.

.# ຂ່າວ – ພາບ : ວຽງມາ

error: Content is protected !!