ເຊີນທ່ຽວຊົມກິດຈະກຳປະຊາສຳພັນ ຄວາມປອດໄພຂອງການບໍລິໂພກອາຫານທະເລ

    ໃນລະຫວ່າງວັນທີ 20-22 ສິງຫາ 2021 ນີ້ ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດປະຈໍານະຄອນຫຼວງວຽງຈັນ ຮ່ວມກັບຕະຫຼາດບຶງທາດຫຼວງ ໄດ້ຈັດກິດຈະກຳປະຊາສຳພັນ ຄວາມປອດໄພຂອງການບໍລິໂພກອາຫານທະເລ ບໍ່ມີການປົນເປື້ອນພະຍາດໂຄວິດ-19 ທີ່ຕະຫຼາດບຶງທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການບໍລິໂພກ ແລະ ອາຫານທະເລຢ່າງປອດໄພ ສະອາດ ສົດ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກ ເຖິງຄວາມປອດໄພຂອງອາຫານທະເລ ຕັ້ງແຕ່ແຫຼ່ງທີ່ມາ ຈົນເຖິງຂະບວນການເກັບຮັກສາ ແລະ ຂົນສົ່ງ.

    ພາຍໃນງານ ມີຮ້ານຈຳໜ່າຍອາຫານທະເລສົດແຊ່ເຢັນ ແຊ່ເເຂງຈາກປະເທດໄທ ແລະ ຮ້ານປຸງແຕ່ງອາຫານທະເລ ແລະ ຮ້ານທີ່ໄດ້ຮັບມາດຕະຖານ Thai Select ຫຼາຍກວ່າ 16 ຮ້ານຄ້າ ລວມ 25 ຄູ່ຮ່ວມ ແລະ ກິດຈະກຳທັງ 3 ມື້ ຈະພົບກັບການແຂ່ງຂັນຄື: ການປຸງແຕ່ງອາຫານທະເລສົດໃນຮູບແບບທ້ອງຖິ່ນ ສປປ ລາວ ເປັນຕົ້ນ ການແຂ່ງຂັນກິນອາຫານທະເລ ການແຂ່ງຂັນປະຍຸກປຸງແຕ່ງອາຫານທະເລແບບປະສົມປະສານ (ຟິວຊັ່ນ) ເຊິ່ງຖືວ່າກິດຈະກຳນີ້ ເປັນການຈັດງານລວມອາຫານທະເລຈາກປະເທດໄທຄັ້ງທຳອິດໃນ ສປປ ລາວ.

    ສະຖິຕິການຄ້າ ປີ 2019 – 2020 ປະເທດໄທສົ່ງອອກອາຫານທະເລ ( ສົດ ແລະ ແຂງ ) ມາທີ່ ສປປ ລາວ ໄດ້ແກ່: ປາສົດແຊ່ເຢັນ ແຊ່ແຂງກຸ້ງສົດແຊ່ເຢັນ ແຊ່ແຂງ ປາມຶກສົດແຊ່ເຢັນ ແຊ່ແຂງ ສັດນໍ້າຈຳພວກຄຣັສຕາເຊຍ ໂມລລຸສ.

ຂ່າວ-ພາບ :  ຂັນທະວີ

error: Content is protected !!