ເປັນຂ່າວດີອີກແລ້ວ 13 ວັນຕິດຕໍ່ກັນ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຮັດໃຫ້ຍອດຜູ້ຕິດເຊື້ອລວມ ຍັງຄົງທີ່ 19 ຄົນ ແລະ ປິ່ນປົວດີອອກໂຮງໝໍອີກ 3 ຄົນ ລວມເປັນ 7 ຄົນ ສ່ວນຜູ້ຕິດເຊື້ອທີ່ຍັງເຫຼືອ 12 ຄົນ ປັດຈຸບັນ ອາການແມ່ນຄົງຕົວ ຂັ້ນເບົາບາງ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ.

ໃນວັນທີ 25 ເມສາ 2020 ທີ່ກະຊວງສາທາລະນະສຸກ ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ພ້ອມດ້ວຍະນະ ແລະ ມີສື່ມວນຊົນເຂົ້າຮ່ວມ.
ທ່ານ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 24 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 50 ຄົນ ເຊິ່ງຜ່ານຜົນກວດທັງໝົດ ບໍ່ພົບເຊື້ອ ໝາຍຄວາມວ່າເປັນ 13 ມື້ແລ້ວ ທີ່ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ.

ນັບແຕ່ເດືອນມັງກອນ ຮອດວັນທີ 24 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.661 ຕົວຢ່າງ ກວດພົບເຊື້ອທັງໝົດ 19 ຄົນ ຈຳນວນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທັງໝົດທີ່ໄດ້ຕິດຕາມແຕ່ວັນທີ 9 ມີນາ ຮອດ 24 ເມສາ 2020 ມີ 313 ຄົນ ເຊິ່ງເປັນຜູ້ສຳຜັດໃກ້ຊິດກັບຜູ້ທີ່ຕິດເຊື້ອໂຄວິດ-19 ຈຳນວນ 19 ກໍລະນີ ຜູ້ທີສຳຜັດໃກ້ຊິດທັງໝົດ 313 ຄົນ ມາຮອດປັດຈຸບັນ ແມ່ນໄດ້ຄົບກຳນົດການຕິດຕາມ 14 ວັນແລ້ວ ນອກຈາກນີ້ ຍັງໄດ້ມີກໍລະນີປິ່ນປົວຜູ້ຕິດເຊື້ອຫາຍດີ ແລະ ອອກໂຮງໝໍເພີ່ມ 3 ຄົນ ໃນວັນທີ 25 ເມສານີ້ ຄື: ກໍລະນີທີ 1 ເພດຊາຍ ອາຍຸ 28 ປີ ບ້ານຈັນສະຫວ່າງ ນະຄອນຫຼວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 24 ມິນາ 2020 ກໍລະນີທີ 11 ເພດຊາຍ ອາຍຸ 55 ປີ ສັນຊາດປາປົວນິວກີນີ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 5 ເມສາ 2020 ແລະ ກໍລະນີທີ 15 ເພດຍິງ ອາຍຸ 20 ປີ ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 7 ເມສາ 2020.

ແຕ່ຢ່າງໃດກໍຕາມ ຜູ້ອອກໂຮງໝໍໃນຈຳນວນ 3 ຄົນນີ້ ຍັງຈະໄດ້ຕິດຕາມອາການຢູ່ເຮືອນເປັນເວລາ 14 ວັນ ເຊິ່ງມາຮອດປັດຈຸບັນນີ້ ມີຜູ້ຕິດເຊື້ອໂຄວິດ-19 ທີ່ປິ່ນປົວຫາຍດີ ແລະ ອອກໂຮງໝໍລວມ 7 ຄົນ ແລະ ຍັງຕິດຕາມຢູ່ໂຮງໝໍປິ່ນປົວຢູ່ໂຮງໝໍ 12 ຄົນຄື ຢູ່ຫຼວງພະບາງ 1 ຄົນ ແລະ ຢູ່ໂຮງໝໍມິດຕະພາບ 11 ຄົນ.