ຂ່າວດີອີກຮອບ 3 ກໍລະນີຕິດເຊື້ອພະຍາດ COVID-19 ປິ່ນປົວດີອອກໂຮງໝໍໃນມື້ນີ້

ຂໍ​ຊົມເຊີຍ​ນັກຮົບ​ເສື້ອ​ຂາວ ກໍ​ຄື​ແພດ​ໝໍ​ທີ່​ໄດ້​ຕັ້ງໜ້າ​ປິ່ນປົວ​ຄົນ​ເຈັບ​ພະຍາດ COVID-19 ສົ່ງ​ຜົນ​ໃຫ້​ບັນດາ​ຄົນ​ເຈັບ​ທີ່​ຕິດເຊື້ອ​ພະຍາດ​ນີ້​ຄ່ອຍ​ຫາຍ​ດີ ແລະ ສາມາດ​ອອກ​ໂຮງໝໍ ເຊິ່ງ​ໃນ​ວັນ​ທີ 25 ເມສາ 2020 ໄດ້​ມີ​ຄົນ​ເຈັບ​ຈຳນວນ 3 ກໍລະນີ​ປິ່ນປົວ​ຫາຍ​ດີ ສາມາດ​ອອກ​ໂຮງໝໍ​ຈຳນວນ 3 ກໍລະນີ ໃນ​ນີ້ ກໍລະນີ​ທີ 1 ເພດ​ຊາຍ ອາຍຸ 28 ປີ ບ້ານ​ຈັນ​ສະຫວ່າງ ນະຄອນຫຼວງ​ວຽງ​ຈັນ ເຂົ້າ​ປິ່ນປົວ​ຢູ່​ໂຮງໝໍ​ມິດຕະພາບ ວັນ​ທີ 24 ເມສາ 2020 ກໍລະນີ​ທີ 11 ເພດ​ຊາຍ ອາຍຸ 55 ປີ ສັນຊາດ​ປາ​ປົວ​ນິວ​ກີ​ນີ ເຂົ້າ​ປິ່ນປົວ​ຢູ່​ໂຮງໝໍ​ມິດຕະພາບ ວັນ​ທີ 5 ເມສາ 2020 ແລະ ກໍລະນີ​ທີ 15 ເພດ​ຍິງ ອາຍຸ 20 ປີ ບ້ານ​ຈອມ​ມະນີ ເມືອງ​ໄຊ​ເສດ​ຖາ ນະຄອນຫຼວງ​ວຽງ​ຈັນ ເຂົ້າ​ປິ່ນປົວ​ຢູ່​ໂຮງໝໍ​ມິດຕະພາບ ວັນ​ທີ 7 ເມສາ2020 ເຊິ່ງ​ທັງ 3 ຄົນ ແມ່ນ​ໄດ້​ປິ່ນປົວ​ດີ ແລະ ໄດ້​ອອກ​ໂຮງໝໍ​ແລ້ວ ໃນ​ວັນ​ທີ 25 ເມສາ 2020.

error: Content is protected !!