ເກີດເຫດນ້ຳໄຫຼຊຸລ້ອງຫ້ວຍລົມ ເຮັດໃຫ້ມີຜູ້ເສຍຊີວິດ 3 ສົບ ຍັງຊອກບໍ່ເຫັນ 4 ຄົນ

ຕອນ​ເຊົ້າ​ວັນ​ທີ 24 ເມ­ສາ 2020 ໄດ້​ມີ​ຝົນ­ຕົກ​ໜັກ​ຫຼາຍ​ຊົ່ວ­ໂມງ​ຕິດ­ຕໍ່​ກັນ ເຮັດ​ໃຫ້​ນ້ຳ​ຫ້ວຍ​ຫຼາຍ​ສາຍ​ຢູ່​ເຂດ​ເມືອງ​ຊຽງ​ເງິນ ແຂວງ​ຫຼວງ​ພະ​ບາງ ມີ​ນ້ຳ​ໄຫຼ­ຊຸ​ຢ່າງ​ແຮງ ໂດຍ​ສະ­ເພາະ​ນ້ຳ​ຫ້ວຍ​ລົມ ເຂດ​ບ້ານ​ກິ່ວ​ຕະ​ລຸນ 1 ໄດ້​ໄຫຼ­ຊຸ​ເອົາ​ປະ­ຊາ­ຊົນ​ທີ່​ໄປ​ເຮັດ​ການ​ຜະ­ລິດ​ຢູ່​ເຂດ​ດັ່ງ­ກ່າວ.

ທ່ານ ຈົ່ງ​ກໍ່​ເຮີ ນາຍ­ບ້ານ​ກິ່ວ​ຕະ​ລຸນ 1 ໃຫ້​ສຳ­ພາດ​ວ່າ: ເຂດ​ເກີດ​ເຫດ ຕັ້ງ​ຢູ່​ຫ່າງ​ຈາກ​ບ້ານ​ກິ່ວ​ຕະ​ລຸນ 1 ໂດຍ​ໃຊ້​ເວ­ລາ​ຍ່າງ​ປະ­ມານ 1 ຊົ່ວ­ໂມງ ມີ​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ​ໄປ​ເຮັດ​ການ​ຜະ­ລິດ 2 ຄອບ­ຄົວ ຄື: ຄອບ­ຄົວ​ທ້າວ ຢ່າ​ຮື​ເຮີ ແລະ ທ້າວ ຈົວ​ກົວ​ເຮີ ລວມ 11 ຄົນ ຊອກ​ບໍ່​ເຫັນ 7 ຄົນ ໃນ​ນີ້​ຄອບ­ຄົວ​ຂອງ​ທ້າວ ຢ່າ​ຮື​ເຮີ 5 ຄົນ ແລະ ຄົນ​ໃນ​ຄອບ­ຄົວ​ຂອງ​ທ້າວ ຈົວ​ກົວ​ເຮີ 2 ຄົນ ມາ​ຮອດ​ຕອນ​ແລງ​ຂອງ​ວັນ​ທີ 24 ເມ­ສາ ໄດ້​ຄົ້ນ​ພົບ​ແລ້ວ 3 ສົບ ປັດ­ຈຸ­ບັນ ອົງ­ການ​ປົກ­ຄອງ​ບ້ານ​ໄດ້​ສົມ­ທົບ​ກຳ­ລັງ​ປ້ອງ​ກັນ-ກອງ​ຫຼອນ​ບ້ານ ກຳ­ລັງ​ທະ­ຫານ​ຂອງ​ກອງ​ບັນ­ຊາ​ການ​ທະ­ຫານ​ເມືອງ​ຊຽງ​ເງິນ ກຳ­ລັງ​ຊອກ​ຄົ້ນ​ຫາ​ຜູ້​ທີ່​ຍັງ​ຊອກ​ບໍ່​ເຫັນ​ຢ່າງ​ເລັ່ງ​ດ່ວນ ແລະ ຈະ​ສືບ­ຕໍ່​ປຸກ­ລະ­ດົມ​ໃຫ້​ກຳ­ລັງ​ໃຈ​ກັບ​ຄອບ­ຄົວ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຕໍ່​ໄປ.

ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ປະ­ຊາ­ຊົນ ການ​ນຳ​ແຂວງ​ຫຼວງ​ພະ​ບາງ ນຳ​ໂດຍ​ທ່ານ ວົງ​ສະ­ຫວັນ ເທບ​ພະ­ຈັນ ຮອງ​ເຈົ້າ­ແຂວງ​ຫຼວງ​ພະ​ບາງ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ໄດ້​ລົງ​ຖາມ​ຂ່າວ ແລະ ມອບ​ເຄື່ອງ​ບັນ­ເທົາ​ທຸກ​ເບື້ອງ​ຕົ້ນ​ໃຫ້​ປະ­ຊາ­ຊົນ​ທີ່​ຖືກ​ເຄາະ​ຮ້າຍ ພ້ອມ​ນີ້ ທ່ານ​ຮອງ​ເຈົ້າ­ແຂວງ​ຍັງ​ໄດ້​ຊີ້​ນຳ​ໃຫ້​ກຳ ລັງ​ທະ­ຫານ ແລະ ອົງ­ການ​ປົກ­ຄອງ​ບ້ານ ສືບ­ຕໍ່​ຊອກ​ຄົ້ນ​ຫາ​ຜູ້​ທີ່​ຍັງ​ຊອກ​ບໍ່​ເຫັນ​ໃຫ້​ໄດ້​ໂດຍ​ໄວ ທັງ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ໃຫ້​ຜູ້​ຊອກ​ຄົ້ນ ພາຍ­ຫຼັງ​ຊອກ​ຄົ້ນ​ສຳ­ເລັດ ໃຫ້​ສືບ­ຕໍ່​ໃຫ້​ກຳ­ລັງ​ໃຈ ແລະ ຊຸກ­ຍູ້​ໃຫ້​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ​ສືບ­ຕໍ່​ເຮັດ​ການ​ຜະ­ລິດ​ຊ່ວຍ​ຄອບ­ຄົວ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ.

ນອກ­ຈາກ​ບ້ານ​ກິ່ວ​ຕະ​ລຸນ 1 ແລ້ວ ຍັງ​ມີ​ຫຼາຍ​ບ້ານ​ພາຍ​ໃນ​ເມືອງ​ຊຽງ​ເງິນ ແລະ ຫຼາຍ​ທ້ອງ­ຖິ່ນ​ພາຍ​ໃນ​ແຂວງ​ຫຼວງ​ພະ​ບາງ ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ເຫດ­ການ​ຝົນ­ຕົກ​ໜັກ ແຕ່​ວັນ​ທີ 23-24 ເມ­ສາ 2020 ເຊັ່ນ​ກັນ.

error: Content is protected !!