ຕະຫຼາດໂນນຄໍ້ ເປັນຕະຫຼາດໜຶ່ງທີ່ມີນະໂຍບາຍຕໍ່ແມ່ຄ້າຊາວຂາຍທີ່ມາຂາຍໃນຕະຫຼາດດັ່ງກ່າວ ນັບແຕ່ມື້ເປີດຕະຫຼາດເປັນຕົ້ນມາຈົນຮອດປັດຈຸບັນ ສະແດງອອກໃນການເກັບຄ່າໂຕະລະ 20 ພັນກີບຕໍ່ມື້ຕໍ່ໂຕະ ໃນນີ້ ລວມທັງຄ່າເກັບມ້ຽນຂີ້ເຫຍື້ອ ຄ່າໄຟ ແລະ ຄ່ານ້ຳ ສ່ວນແມ່ຄ້າທີ່ມາຈາກຊົນນະບົດເກັບ 10-15 ພັນກີບ (ອີງໃສ່ຈຳນວນເຄື່ອງທີ່ນຳມາຂາຍ) ສ່ວນຜູ້ເຖົ້າແມ່ນໃຫ້ເຂົ້າມາຂາຍໂດຍບໍ່ເສຍຄ່າ ນອກນີ້ ໃນໄລຍະມີສະພາບການແຜ່ລະບາດຂອງເຊື້ອພະຍາດຈຸລະໂຣກສາຍພັນໃໝ່ (COVID-19) ຊາວຄ້າຂາຍຍັງໃຫ້ການຮ່ວມມືກັບໜ່ວຍງານກ່ຽວຂ້ອງ ເປັນຕົ້ນ ການຕິດປ້າຍລາຄາຊີ້ນ ໄຂ່ໄກ່ ແລະ ພືດຜັກຕ່າງໆຕາມການແຈ້ງການ ຄຳແນະນຳຂອງພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນວາງອອກຢ່າງເຂັ້ມງວດ.

ທ່ານ ວຽງຄຳ ລໍວັນໄຊ ຫົວໜ້າຈັດສັນຕະຫຼາດໂນນຄໍ້ ໃຫ້ສຳພາດວ່າ: ຕະຫຼາດໂນນຄໍ້ຂອງພວກເຮົາໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ ວາງອອກຢ່າງເຂັ້ມງວດໄປຈົນຮອດວັນທີ 3 ພຶດສະພາ 2020 ໃນນີ້ ເຖິງວ່າຢູ່ປະເທດເຮົາບໍ່ມີຄົນຕິດເຊື້ອພະຍາດໂຄວິດ-19 ຫຼາຍວັນຕິດຕໍ່ກັນແລ້ວກໍຕາມ ທາງຕະຫຼາດຍັງມີມາດຕະການເຝົ້າລະວັງ ແຕ່ລະມື້ປະຊາຊົນທີ່ມາໃຊ້ຈ່າຍຊື້ເຄື່ອງໃນຕະຫຼາດ ຕ້ອງໄດ້ວັດແທກອຸນຫະພູມ ຈາກນັ້ນໄດ້ແນະນຳໃຫ້ລ້າງມືດ້ວຍເຈວລ້າງມື ພິເສດໃນຕອນຄ່ຳ ທາງຕະຫຼາດໄດ້ທຳການສີດຢາຂ້າເຊື້ອໃນທຸກໆວັນ ນອກນັ້ນຍັງໄດ້ມີການໂຄສະນາ ແນະນຳບໍ່ໃຫ້ແມ່ຄ້າສວຍໂອກາດຂຶ້ນລາຄາສິນຄ້າ ພ້ອມທັງຕິດປ້າຍລາຄາໃສ່ສິນຄ້າຕາມແຈ້ງການຂອງພະແນກອຸດສະຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ເປັນຕົ້ນແມ່ນ ຊີ້ນໝູ ແລະ ຊີ້ນງົວ ໄຂ່ ແລະ ພືດຜັກອື່ນໆ.


ເພື່ອຮັບປະກັນກັບສິ່ງທີ່ກ່າວມານັ້ນ ທາງໜ່ວຍງານຈັດສັນຕະຫຼາດກໍໄດ້ສົມທົບກັບພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງ ກວດກາຕິດຕາມການຄ້າຂາຍຂອງຊາວຄ້າຂາຍໃນຕະຫຼາດເປັນແຕ່ລະມື້ຢ່າງເປັນປົກກະຕິ ເຊິ່ງຜ່ານການຕິດຕາມກວດກາ ເຫັນວ່າໄດ້ຮັບການຮ່ວມມືກັບຊາວຄ້າຂາຍເປັນຢ່າງດີ.

ແມ່ຕຸ້ຍ ຊາມຸນຕີ ແມ່ຄ້າຂາຍໝູໃຫ້ຮູ້ວ່າ: ຕົນໄດ້ຈຳໜ່າຍຊີ້ນໝູ ພີຊີ ເຊິ່ງກ່ອນທີ່ບໍ່ທັນມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ຕົນຂາຍມື້ລະ 15 ໂຕ ປັດຈຸບັນແມ່ນຂາຍມື້ລະ 10 ໂຕ ໃນນີ້ ໄດ້ຊື້ຈາກໜ້າຂຽງກິໂລ 27.500 ກີບ ມາຂາຍຊີ້ນໝູປະເພດ 1 ລາຄາ 40.000 ກີບຕໍ່ກິໂລ ປະເພດ 2 ລາຄາ 38.000 ກີບຕໍ່ກິໂລ ເມື່ອປຽບທຽບເມື່ອກ່ອນ ເຫັນວ່າລູກຄ້າຫຼຸດລົງປະມານ 60% ເນື່ອງຈາກວ່າຂາປະຈຳບໍ່ໄດ້ເປີດຮ້ານຂາຍ ເປັນຕົ້ນ ຮ້ານຂາຍເຂົ້າປຽກ ຮ້ານປີ້ງ ຮ້ານຊີ້ນດາດ ແລະ ຮ້ານອື່ນໆ.

ແມ່ຄຳສຸກ ລັດຕະນະວົງ ໃຫ້ຮູ້ຕື່ມອີກວ່າ: ເພື່ອເປັນການປະກອບສ່ວນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດຄຳສັ່ງ ແຈ້ງການຕ່າງໆຂອງຂັ້ນເທິງ ບໍ່ເອົາປຽບຕໍ່ລູກຄ້າ ຕົນໄດ້ຂາຍຊີ້ນໝູປະເພດ 1 ລາຄາ 40 ພັນກີບ ຊີ້ນໝູ ປະເພດ 2 ຂາຍກິໂລ 35 ພັນກີບ ພ້ອມນັ້ນກໍໄດ້ຮຽກຮ້ອງມາຍັງຊາວຄ້າຂາຍໃຫ້ພ້ອມກັນປະຕິບັດຕາມຄຳສັ່ງຂອງຂັ້ນເທິງ ບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າໃນຍາມທີ່ປະເທດຊາດພົບວິກິດ.