ໃນວັນທີ 24 ເມສາ 2020 ນີ້ ຄະນະຊ່ຽວຊານແພດກອງທັບປົດປ່ອຍປະຊາຊົນຈີນ ນຳໂດຍສະຫາຍ ພັນເອກພິເສດ ຖີສິນຢຸຍ ຫົວໜ້າພະແນກລະບົບຫາຍໃຈໂຮງໝໍເລກ 1 ມະຫາວິທະຍາໄລແພດທະຫານອາກາດກອງທັບປົດປ່ອຍປະຊາຊົນຈີນ ໄດ້ນຳເອົາເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ມາມອບໃຫ້ກອງທັບປະຊາຊົນລາວ ຢູ່ທີ່ສະໜາມບິນສາກົນວັດໄຕ ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດວ້ຍຄະນະ.

ເຄື່ອງ ແລະ ອຸປະກອນຕອບຕ້ານພະຍາດໂຄວິດ-19 ທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ: ນ້ຳຢາກວດຫາເຊື້ອພະຍາດໂຄວິດ-19 (PCR) ຜ້າປິດປາກປ້ອງກັນທາງການແພດ ຮຸ່ນ (KN 95) ຜ້າປິດປາກທາງການແພດສຳລັບເຂດນອກ ແວ່ນຕາປ້ອງກັນທາງການແພດ ຖົງມືທາງການແພດ ໝວກໃສ່ສຳລັບຜ່າຕັດ ຊຸດນຸ່ງປ້ອງກັນ ເຄື່ອງວັດອຸນຫະພຸມ (ຮຸ່ນແສງອິນຟາເລດ) ເຈວລ້າງມືຂ້າເຊື້ອ ຖັງຂີ້ເຫຍື້ອທາງການແພດ ແລະ ຕຽງນອນທາງການແພດ.

ໂອກາດດັ່ງກ່າວ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ຕາງຫນ້າຄະນະນຳກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດ ເພື່ອຕອບຕ້ານພະຍາດໂຄວິດ-19 ຈາກກະຊວງປ້ອງກັນປະເທດແຫ່ງ ສປ ຈີນ ໃນຄັ້ງນີ້ ພ້ອມທັງກ່າວວ່າ: ສອງປະເທດ ລາວ-ຈີນ ເປັນບ້ານໄກ້ເຮືອນຄຽງທີ່ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນມາແຕ່ດົນນານ ບໍ່ວ່າໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນໄລຍະປົກປັກຮັກສາພັດທະນາປະເທດຊາດ ລະຫວ່າງສອງພັກ-ສອງລັດ ສອງກອງທັບ ລາວ-ຈີນ ກໍໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນເຂົ້າສູ່ລວງເລິກ. ພັກ-ລັດ ກອງທັບ ແລະ ປະຊາຊົນຈີນອ້າຍນ້ອງ ຍາມໃດກໍໃຫ້ການສະຫນັບສະຫນູນ ຊ່ວຍເຫຼືອ ສປປ ລາວ ໂດຍສະເພາະແມ່ນໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ລັດຖະບານ ກະຊວງປ້ອງກັນປະເທດແຫ່ງ ສປ ຈີນ ໄດ້ມີຄວາມເປັນຫ່ວງເປັນໄຍຕໍ່ລັດຖະບານ ກໍຄືປະຊາຊົນລາວ ຈຶ່ງໄດ້ນຳຄະນະຊ່ຽວຊານການແພດ ແລະ ວັດຖຸອຸປະກອນຕ່າງໆມາຊ່ວຍເຫຼືອແກ່ກອງທັບປະຊາຊົນລາວ ເພື່ອຮັບມື ແລະ ໂຕ້ຕອບກັບການລະບາດຂອງພະຍາດໂຄວິດ-19 ສິ່ງນີ້ມັນສະແດງເຖິງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແບບເພື່ອນມິດສະຫາຍທີ່ໃກ້ຊິດ ພ້ອມທັງຕີລາຄາສູງຕໍ່ໄມຕີຈິດມິດຕະພາບ ແລະ ການຊ່ວຍເຫຼືອຂອງກະຊວງປ້ອງກັນປະເທດແຫ່ງ ສປ ຈີນ ໃນຄັ້ງນີ້ ແລະ ຈະນຳໃຊ້ບັນດາອຸປະກອນດັ່ງກ່າວ ເຂົ້າໃນວຽກງານຕົວຈິງຢ່າງມີປະສິດທິຜົນ.