ງານເທສະການອາຫານລາວ ເປັນການເປີດກວ້າງໃຫ້ປະກອບການຊື້ຂາຍແລກປ່ຽນສິນຄ້າ

    ງານເທສະການອາຫານລາວ ງານໜຶ່ງທີ່ສ້າງແນວຄວາມຄິດ ແລະ ບັນຍາກາດອັນໃໝ່ໃນການຊຸກຍູ້ສົ່ງເສີມແມ່ຍິງຜູ້ຜະລິດ ຜູ້ປູກຝັງ ລ້ຽງສັດ ຫັດຖະກຳທີ່ປຸງແຕ່ງໃນຮ້ານອາຫານ ໂຮງແຮມ ຮ້ານຂາຍຍ່ອຍຈາກທ້ອງຖິ່ນຕ່າງໆ ແລະ ປຸກລະດົມເຊີນຊວນຜູ້ປະກອບການແມ່ຍິງ ໃນການຜະລິດເປັນສິນຄ້າ ໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ໃນແຕ່ລະປີ ໄດ້ມີຜູ້ປະກອບການເຂົ້າຮ່ວມຢ່າງຫຼວງຫຼາຍ ໃນນີ້ ທ່ານນາງ ຄຳ ແສງປັນຍາ ເຈົ້າຂອງຜະລິດຕະພັນຝ້າຍໄຕລື້ ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງ ເປັນໜຶ່ງໃນຜູ້ເຂົ້າຮ່ວມວາງຂາຍສິນຄ້າໃນງານດັ່ງກ່າວ.

    ທ່ານນາງ ຄຳ ແສງປັນຍາ ໃຫ້ສຳພາດວ່າ ການທີ່ສະມາຄົມນັກທຸລະກິດແມ່ຍິງ ກໍຄືຂະແໜງການກ່ຽວຂ້ອງ ໄດ້ຈັດງານເທສະການອາຫານ ຫຼືງານຕະຫຼາດນັດອື່ນໆຂຶ້ນ ເປັນໂອກາດດີອັນໜຶ່ງ ເນື່ອງຈາກວ່າໃນງານດັ່ງກ່າວ ຈະມີຄົນເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍ ສະນັ້ນ ຈຶ່ງເຮັດໃຫ້ການຄ້າຂາຍມີການເປີດກວ້າງ ສຳລັບຂ້າພະເຈົ້າ ແມ່ນໄດ້ເຂົ້າຮ່ວມທຸກໆປີ ໂດຍໄດ້ນຳເອົາສິນຄ້າທີ່ເປັນຜະລິດຕະພັນຂອງຄອບຄົວເຊັ່ນ: ຜ້າຝ້າຍ ສິ້ນ ແພ ຖົງ ຜ້າບ່ຽງທີ່ຜະລິດຈາກຝ້າຍ ແລະ ຍ້ອມສີທຳມະຊາດມາວາງຂາຍໂດຍມີຫຼາຍລາຄາທີ່ແຕກຕ່າງກັນ ໃນປີຜ່ານມາ ແມ່ນໄດ້ຂາຍດີພໍສົມຄວນ ສ້າງລາຍຮັບໄດ້ປະມານ 20-30 ລ້ານກີບ ນອກຈາກຈະສ້າງລາຍຮັບຈາກການຂາຍສິນຄ້າແລ້ວ ຍັງເປັນການສ້າງຄວາມສຳພັນ ຄວາມເຊື່ອໝັ້ນຂອງຜະລິດຕະພັນໃຫ້ກັບລູກຄ້າ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງຜູ້ຄ້າຂາຍຜະລິດຕະພັນອື່ນໆອີກດ້ວຍ.

    ສຳລັບປີນີ້ ຄາດວ່າຈະບໍ່ໄດ້ຂາຍດີຄືກັບປີຜ່ານມາ ເນື່ອງຈາກວ່າສະພາບເສດຖະກິດ ແລະ ນັກທ່ອງທ່ຽວຕ່າງປະເທດກໍບໍ່ສາມາດເຂົ້າມາໄດ້ ນອກຈາກຈະຂາຍຕາມງານຕ່າງໆແລ້ວ ຜະລິດຕະພັນຂອງພວກເຮົາຍັງວາງຂາຍຢູ່ເຮືອນ ສົ່ງໄປຍັງບັນດາແຂວງທົ່ວປະເທດ ແລະ ສ່ວນໜຶ່ງແມ່ນສົ່ງໄປະເທດເພື່ອນບ້ານ ພາຍຫຼັງທີ່ມີການລະບາດຂອງໂຄວິດ-19 ເຮັດໃຫ້ການຈຳໜ່າຍ ແລະ ສົ່ງອອກຜະລິດຕະພັນແມ່ນຍາກຫຼາຍ ເພາະວ່າຜ່ານມາອາໄສຂາຍໃຫ້ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ຽວຊົມເມືອງນໍ້າບາກ.

​                           # ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!