ນາຍົກລັດຖະມົນຕີ​ ເນັ້ນໃຫ້ຊຸກຍູ້ສົ່ງເສີມຂະແໜງກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດຫຼາຍຂື້ນ

   ກອງປະຊຸມ​ສະຫຼຸບ​ວຽກງານ​ກະສິກຳ ​ປ່າໄມ້​ ແລະ ພັດທະນາ​ຊົນນະບົດ​  ປະຈຳ​ປີ 2023 ແລະ ທິດທາງແຜນການປີ 2024​ ໄດ້ອັດລົງດ້ວຍຜົນສຳເລັດ ພາຍຫຼັງດຳເນີນແຕ່ວັນທີ 22-23 ມັງກອນ 2024 ຢູ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີ​ກະຊວງ​ກະສິກຳ​ ແລະ​ ປ່າໄມ້​ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີບັນດາຮອງລັດຖະມົນຕີ ຮອງເຈົ້າແຂວງ​ ​  ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງ​ຖິ່ນ​ເຂົ້າຮ່ວມ.

    ທ່ານ​ ເພັດ​ ພົມພິພັກ ລາຍງານຜົນຂອງກອງປະຊຸມຕໍ່ທ່ານນາຍົກລັດຖະມົນຕີ​ຊາບວ່າ: ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ ປ່າໄມ້​ ແລະ ພັດທະນາ​ຊົນນະບົດ​ປີຜ່ານມາເຊິ່ງຜົນງານທີ່ພົ່ນເດັ່ນ ການຂະຫຍາຍຕົວ GDP  ຂອງຂະ​ແໜງ​ກະສິກຳ​ ແລະ​ ປ່າໄມ້​ ສາມາດບັນລຸໄດ້ 3,4% ລື່ນແຜນການ 0,9% ການຜະລິດ​ເຂົ້າ ພືດສະບຽງອາຫານ ຊີ້ນ ໄຂ່ ປາ ສາມາດປະຕິບັດໄດ້ຕາມແຜນການ ແລະ ບາງລາຍການລື່ນແຜນການທີ່ວາງໄວ້ ການສົ່ງອອກບັນລຸໄດ້ 1.442,​17 ລ້ານກວ່າໂດລາສະຫະລັດ ລື່ນແຜນການ 20,18% (ແຜນການ 1.200 ໂດລາສະຫະລັດ)​ ການຈັດ​ປະຕິບັດ​ວາລະ​ແຫ່ງຊາດ​ ໃນຂະແໜງກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ດ້ານການສົ່ງເສີມ ການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ການຜະລິດເປັນສິນຄ້າເພື່ອສົ່ງອອກ ການກໍານົດມາດຕະການປົກປ້ອງຜູ້ຜະລິດພາຍໃນ ລວມທັງການຜະລິດໝວດສະບຽງ ອາຫານ ມີມູນຄ່າການສົ່ງອອກເພີ່ມຂຶ້ນ ແລະ ການນໍາເຂົ້າ ໝວດສະບຽງອາຫານໄດ້ຫຼຸດລົງໃນ ແຕ່ລະປີ ພ້ອມກັນນັ້ນ ກອງປະຊຸມ ຍັງເຫັນຫຼາຍບັນຫາ ທີ່ບໍ່ສາມາດບັນລຸໄດ້ ເປັນຕົ້ນ ການສົ່ງເສີມການຜະລິດພາຍໃນຍັງບໍ່ແຂງແຮງ ການຕອບສະໜອງປັດ ໄຈການຜະລິດ ເຊັ່ນ: ແນວພັນ ຝຸ່ນ ອາຫານສັດ ຍັງບໍ່ທັນພຽງພໍ ຍັງມີລາຄາຂ້ອນຂ້າງສູງ ການດໍາເນີນມາດຕະການປົກປ້ອງຜູ້ຜະລິດພາຍໃນ ຍັງບໍ່ທັນມີຄວາມເປັນເອກະພາບ ຍັງເຮັດແຕ່ບາງທ້ອງຖິ່ນ ກອງປະຊຸມຈື່ງໄດ້ມີການກຳນົດວຽກງານຈຸດສຸມ ແລະ ວິທີການຈັດຕັ້ງປະຕິບັດແຜນພັດທະນາວຽກງານດັ່ງກ່າວໃນປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນທ້ອງຖິ່ນໃຫ້ສຸມໃສ່ ແລະ ມີກົນໄກການຈັດຕັ້ງປະຕິບັດ ໃນນັ້ນ ແຕ່ລະກົມກໍໄດ້ຂຶ້ນສະເໜີ ບາງຫົວຂໍ້ທີ່ສໍາຄັນປິ່ນອ້ອມ ການຜະລິດ ແລະ ສະໜອງ ເຂົ້າ ຊີ້ນ ປາ ໄຂ່ ພືດຜັກ ໃຫ້ພຽງພໍເພື່ອສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ໃຫ້ທ້ອງຖິ່ນ ເຂົ້າຮ່ວມຈັດຕັ້ງປະຕິບັດ ຢ່າງມີຈຸດສຸມໄປລວງດຽວກັນ.

   ນອກນີ້ ກອງປະຊຸມ ຍັງໄດ້ຮັບຟັງ ການສະເໜີ ຂອງຜູ້ຕາງໜ້າຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບ ການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ສິນຄ້າການນໍາສະເໜີນະໂຍບາຍສິນເຊື່ອ ຈາກຜູ້ຕາງໜ້າ ທະນາຄານ ແຫ່ງ ສປປ ລາວໄດ້ຮັບຟັງ ການນໍາສະເໜີກ່ຽວກັບ ການຜະລິດສະບຽງອາຫານ ແລະ ປັດໄຈການຜະລິດ ຮັບໃຊ້ພາຍໃນ ແລະ ບັນຫາສຳຄັນອື່ນໆຈຳນວນໜຶ່ງ.​

   ໂອກາດນີ້ ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຂະແໜງກະສິກຳ ປ່າໄມ້ ​ແລະ​ ພັດທະນາ​ຊົນນະບົດ​ ຍາດມາໄດ້ຜ່ານມາ ແລະ ເນັ້ນໃຫ້​ຂະແໜງການ​ກະສິກຳ​ເພີ່ມທະວີເອົາໃຈເຂົ້າໃນການຊຸກຍູ້ສົ່ງເສີມວຽກງານກະສິກຳ ປ່າໄມ້​ ແລະ​ພັດທະນາ​ຊົນນະບົດ​ ໃຫ້ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສັງຄົມປັດຈຸບັນໃຫ້ຫຼາຍຂື້ນ  ໂດຍສະເພາະການຍູ້ແຮງການຜະລິດ ເພື່ອທົດແທນການນໍາເຂົ້າ ຕ້ອງຊຸກຍູ້ສົ່ງເສີມການຜະລິດພາຍໃນ ເພື່ອການຄໍ້າປະກັນສະບຽງອາຫານ ພ້ອມທັງເປັນສິນຄ້າສົ່ງອອກ ໂດຍສຸມໃສ່ 5 ປະເພດສະບຽງອາຫານທີ່ໄດ້ກຳນົດໃນ ມະຕິ 19/ກມສພ ຄື: ເຂົ້າ ຊີ້ນ ໄຂ ປາ ແລະ ພືດຜັກ ຕ້ອງຮັບປະກັນໄດ້ໂດຍພື້ນຖານ ແລະ ສາມາດດຸ່ນດ່ຽງໄປຫາແຂວງໃກ້ຄຽງໄດ້ ເພື່ອກ້າວໄປສູ່ການຢຸດຕິການນຳເຂົ້າຈາກຕ່າງປະເທດ ເອົາໃຈໃສ່ການຄຸ້ມຄອງປ່າໄມ້ໃຫ້ຍືນຍົງ ເປັນຕົ້ນການຄຸ້ມຄອງປົກປັກຮັກສາ 3 ປະເພດປ່າ ລວມທັງທີ່ດິນປ່າໄມ້ ບໍ່ໃຫ້ຖືກບຸກລຸກຈັບຈອງໂດຍສະເພາະ ປ່າສະຫງວນ ປ່າປ້ອງກັນຍອດນໍ້າ ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ດີກິນດີ ໃຫ້ມີລາຍຮັບນັບມື້ນັບສູງຂຶ້ນ ຫຼຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດ ພ້ອມນັ້ນຕ້ອງ​ສົ່ງເສີມການຜະລິດທີ່ເປັນທ່າແຮງໄດ້ປຽບ ເພື່ອສົ່ງອອກ ເນັ້ນໃສ່ການຜະລິດກະສິກຳປອດສານພິດ ເປັນມິດຕໍ່ສິ່ງແວດລ້ອມ ເອົາໃຈໃສ່ປັບປຸງ ສົ່ງເສີມການຈັດຕັ້ງການຜະລິດ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໂດຍສະເພາະການພັດທະນາບຸກຄະລາກອນ ການອອນນະໂຍບາຍ ແລະ ນິຕິກຳທີ່ຈຳເປັນ ເພື່ອສົ່ງເສີມການຜະລິດແບບໃໝ່ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເພື່ອແນໃສ່ເຮັດໃຫ້ນະໂຍບາຍ ລົງສູ່ຮອດຮາກຖານ ແລະ ອື່ນໆໃນວຽກງານດັ່ງກ່າວ ໃຫ້ເປັນຮູບປະທຳ.

error: Content is protected !!