ເຈົ້າຄອງ ນວ ລົງກວດກາຮ່ອງລະບາຍນໍ້າເມືອງສີໂຄດຕະບອງ

ວັນທີ 27 ມັງກອນ 2023 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍເຈົ້າເມືອງສີ ໂຄດຕະບອງ ຫົວໜ້າຮອງຫົວໜ້າພະແນກການຂະແໜງການກ່ຽວຂ້ອງ ນວ ແລະ ຫ້ອງການກ່ຽວຂ້ອງເມືອງສີໂຄດຕະບອງ ໄດ້ລົງເຄື່ອນໄຫວກວດກາຮ່ອງລະບາຍນໍ້າເຂດດົງປ່າສັກ ໜ້າຕະຫຼາດຊັງຈ່ຽງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງ ຈຸດດັ່ງກ່າວໄດ້ສົ່ງກິ່ນເໝັນ ແລະ ມົນລະພິດທາງອາກາດໃຫ້ປະຊາຊົນທີ່ອາໄສຢູ່ຂອບເຂດບໍລິເວນດັ່ງກ່າວ.

ພາຍຫຼັງທ່ານເຈົ້າຄອງ ນວ ພ້ອມຄະນະໄດ້ສໍາເລັດລົງເບິ່ງຕົວຈິງແລ້ວກໍໄດ້ຈັດກອງປະຊຸມປຶກສາຫາລື ແລະ ຮັບຟັງການລາຍ ງານກ່ຽວກັບແຜນການບູລະນະບໍາບັດຮ່ອງລະບາຍນໍ້າໂດຍຫຍໍ້ຈາກ ທ່ານ ທະວີໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ ສໍາ ລັບການຈັດຕັ້ງປະຕິບັດວຽກງານແກ້ໄຂຮ່ອງລະບາຍນໍ້າຢູ່ໃນເມືອງສີໂຄດຕະບອງ ມີທັງຫມົດ 8 ຮ່ອງ ໃນນັ້ນເມືອງຮັບຜິດ ຊອບ 7 ຮ່ອງ ແຜນແກ້ໄຂໄລຍະຍາວ 6 ຮ່ອງ ຜົນການຈັດຕັ້ງປະຕິບັດໄດ້ລ່ວງຮອງລະບາຍນໍ້າແຕ່ເຂດບ້ານໜອງແຕ່ງເໜືອ- ຕະຫຼາດລາວອົດຊີ-ຮ່ອງແຊງ-ຊາຍແດນເມືອງຈັນທະບູລີ ປະຕິບັດໄດ້ 2.000 ແມັດ ແລະ ໄດ້ຈົກຮ່ອງລະບາຍນໍ້າຈໍານວນໜຶ່ງ ສ່ວນ 6 ຮ່ອງແມ່ນກະກຽມຈັດກອງປະຊຸມຮ່ວມກັບເຈົ້າຂອງຕອນດິນ ເຈົ້າຂອງສິ່ງປຸກສ້າງ ແລະ ພາກສ່ວນຕ່າງໆ ເພື່ອແກ້ໄຂ ແລວຮ່ອງໃຫ້ສາມາດເອົາລົດເຂົ້າໄປລວງໄດ້ ຈາກນັ້ນພາກສ່ວນກ່ຽວຂ້ອງເຊັ່ນ: ພະແນກແຜນການ ແລະ ການລົງທຶນ ພະ ແນກໂຍທາທິການ ແລະ ຂົນສົ່ງ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພະແນກສາທາລະນະສຸກ ແລະ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ໄດ້ຜັດ ປ່ຽນກັນຂຶ້ນປະກອບຄໍາເຫັນ ຕໍ່ການແກ້ໄຂ ແລະ ແຜນການພັດທະນາຮ່ອງລະບາຍນໍ້າຢູ່ເມືອງສີໂຄດຕະບອງໃນຕໍ່ໜ້າ.

ໂອກາດນີ້ທ່ານເຈົ້າຄອງ ນວ ໄດ້ມີຄໍາເຫັນວ່າ : ໂດຍລວມແມ່ນມີທັດສະນະໃນຈຸດສຸມໄປທາງທິດດຽວກັນໃນການແກ້ໄຂບັນ ຫາແຕ່ພວກເຮົາຈະເຮັດແນວໃດເພື່ອໃຫ້ເປັນຮູບປະທໍາ ສະນັ້ນຕ້ອງໄດ້ສືບຕໍ່ແກ້ໄຂບັນຫາຄວາມດ້ອຍພັດທະນາພື້ນຖານ ໂຄ່ງ ລ່າງໃນ ນວ ຕາມມະຕິຂອງກົມການເມືອງສູນກາງພັກກໍານົດ ໃນການພັດທະນາ ນວ ໄລຍະໃໝ່ ຕ້ອງດໍາເນີນມາດຕະ ການກົນໄກໃນການສຶກສາສໍາຫຼວດບັນດາຮ່ອງ-ຄອງລະບາຍນໍ້າໃນທົ່ວ ນວ ທີ່ມີການລົງທຶນ ແລະ ມີການພັດທະນາຄືນ ໄຂ ບັນຫານໍ້າຖ້ວມຂັງ ລວມທັງຄວາມສະອາດສວຍງາມ ຕ້ອງສຸມໃສ່ຢ່າງມີຈຸດສຸມໃນການແກ້ໄຂບັນດາຮ່ອງ-ຄອງ ໂດຍສະ ເພາະເມືອງສີໂຄດຕະບອງໃຫ້ສຸມໃສ່ 2 ຈຸດໃຫ່ຍຄື: ຈຸດເຂດຕະຫຼາດຊັງຈ່ຽງ ຫາ ເຂດສວນສາທາລະນະສີໂຄດຕະບອງ ເຊິ່ງ ດ້ານເນື້ອໃນຕ້ອງເລີ່ມຈາກການໂຄສະນາເຜີຍແຜ່ໂດຍມອບໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພະແນກສາທາລະນະສຸກ  ແລະ ຫ້ອງການ ຄບຕ ເປັນທີມງານໂຄສະນາກ່ຽວກັບບັນຫາສິ່ງແວດລ້ອມ ລະບຽບກົດຫມາຍ ເຂດສະຫງວນ ສຸຂະສຶກສາ ຄວາມສະອາດສວຍງາມໂດຍໃຫ້ເລີ່ມປະຕິບັດໃນເດືອນກຸມພານີ້ຈາກນັ້ນຂະແໜງການ ຍທຂ ບ້ານ ແລະ ພາກສ່ວນກ່ຽວຂ້ອງລົງໄປດໍາເນີນມາດຕະການໃນການປຸກສ້າງຖືກຕ້ອງບໍ່ ພ້ອມນີ້ເມືອງຕ້ອງໄດ້ສົມທົບກັບຂະ ແໜງ ປກຊ-ປກສ ອົງການກ່ຽວຂ້ອງລົງປະຕິບັດດ້ານກົດ ໝາຍ ສໍາລັບແຜນການພັດທະນາ ນວ ຈະໄດ້ຄົ້ນຄວ້າກົນໄກໃນ ການແກ້ໄຂໄລຍະຕົ້ນກ່ອນແຕ່ນີ້ຮອດປີ   ໃໝ່ລາວ ຕ້ອງໄດ້ລ່ວງຮ່ອງໃຫ້ສໍາເລັດ ໂດຍມອບໃຫ້ ຍທຂ ຮ່ວມກັບ ຄບຕ ລົງ ສຶກສາສໍາຫຼວດຮ່ວມກັນ ໄລຍະນີ້ຈະແກ້ໄຂແບບໃດໃຫ້ຂຶ້ນແຜນລະອຽດ ສ່ວນພະແນກແຜນການ ແລະ ການລົງທຶນຕ້ອງໄດ້ ເບິ່ງຄືນ ວ່າຈະຈັດສັນທຶນຮອນແນວໃດ ເພື່ອມານໍາໃຊ້ເຂົ້າໃນແຜນງານນີ້ໃຫ້ສາມາດດໍາເນີນງານຕາມຄາດໝາຍທີ່ວາງໄວ້.  

 

error: Content is protected !!