ນະຄອນຫຼວງຫວນຄືນມູນເຊື້ອວັນສ້າງຕັ້ງກຳມະບານລາວ

ໂອກາດນີ້ ທ່ານ ເຂັມເພັດ ແພງດວງຈັນ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກໍາເນີດຂອງສະຫະພັນກຳມະ ບານລາວ ການເຕີບໃຫຍ່ຂະ ຫຍາຍຕົວຂອງສະຫະພັນກຳມະບານລາວ ການຈັດຕັ້ງປະຕິບັດວຽກງານກຳ ມະບານຕະຫຼອດໄລຍະຜ່ານມາ ຂໍ້ຄົງຄ້າງ ບົດຮຽນທີ່ຖອດຖອນ ໄດ້ ທິດທາງໃນການພັດທະນາວຽກງານກຳມະບານລາວໃນຕໍ່ໜ້າ ແລະ ວຽກງານຈຸດສຸມຂອງສະຫະພັນກຳມະບານລາວໃນປີ 2023 ເຊິ່ງ ຄະນະນຳສະຫະພັນກຳມະບານແຕ່ລະຂັ້ນຕ້ອງເອົາໃຈໃສ່ຈັດຕັ້ງເຊື່ອມຊຶມເອກະສານສຳຄັນທີ່ພົວພັນເຖິງການພັດ ທະນາ ແລະ ປົກປ້ອງ ສິດຜົນປະໂຫຍດອັນຊອບທຳ ມູນເຊື້ອຂອງຊາດຂອງພັກຂອງກຳມະບານ ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວພະ ນັກງານ ສະມາຊິກກຳມທະບານ ກຳມະກອນ ແລະ ຜູ້ອອກແຮງງານ ປັບປຸງການຈັດຕັ້ງກຳມະບານໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ແບບແຜນນຳພາ ແບບແຜນວິທີເຮັດວຽກ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ບຸກຄະລາກອນ ໂດຍສະເພາະພະນັກ ງານທີ່ເຮັດວຽກງານກຳມະບານຢູ່ສະຫະພັນກຳມະບານແຕ່ລະຂັ້ນ ເພີ່ມທະວີການພົວພັນຮ່ວມມື ແລະ ພົບປະແລກປ່ຽນຄະນະຜູ້ແທນປະເທດ ເພື່ອມິດຍຸດທະສາດ ກຳມະບານປະເທດອາຊຽນ ແລະ ອົງການຈັດຕັ້ງສາກົນບົນພື້ນຖານແນວທາງນະໂຍບາຍການຕ່າງປະເທດຂອງພັກ ພ້ອມທັງສຸມໃສ່ຜັນຂະ ຫຍາຍໃນ 9 ແຜນງານ 51 ໂຄງການ ທັງນີ້ເພື່ອເຮັດໃຫ້ວຽກງານກຳມະບານມີຜົນສຳເລັດເປັນກ້າວໆ.  

error: Content is protected !!