ຫາດກັນຊາ ມີຄອບຄົວຕົວແບບດ້ານຕ່າງໆ 26 ຄອບຄົວ

    ທ່ານ ວິໄລສັກ ຈັນທະວົງ ນາຍບ້ານຫາດກັນຊາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ລາຍງານ ແລະ ຕີລາຄາໃຫ້ຮູ້ຕໍ່ການເຄື່ອນໄຫວວຽກງານຮອບດ້ານໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າຂອງບ້ານ ຢູ່ໃນກອງປະຊຸມໃຫຍ່ຄັ້ງທີ V ອົງການປົກຄອງບ້ານ ແລະ ເລືອກຕັ້ງເອົາຄະນະບ້ານຊຸດໃໝ່ ວັນທີ 30 ກັນຍາ 2022 ຢູ່ທີ່ວັດບ້ານດັ່ງກ່າວວ່າ: ໃນໄລຍະ 5 ປີຜ່ານມາ  ຄະນະບ້ານໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຮັດໜ້າທີ່ເຄື່ອນໄຫວບໍລິຫານນຳພາຄຸ້ມຄອງບ້ານຕາມກົດໝາຍການປົກຄອງທ້ອງຖິ່ນ ແລະ ພາລະບົດບາດ ສິດໜ້າທີ່ ແລະ ຕາມການມອບໝາຍ ໂດຍພາຍໃຕ້ການຊີ້ນຳຂອງໜ່ວຍພັກບ້ານ ທີ່ຖືສຳຄັນ ເອົາວຽກງານສຶກສາອົບຮົມການເມືອງນຳພາແນວຄິດ ກໍຄືແນວທາງນະໂຍບາຍຂອງພັກ ເພື່ອຜັນຂະຫຍາຍເຜີຍແຜ່ນຳມາສູ່ພໍ່ແມ່ປະຊາຊົນພາຍໃນບ້ານໃຫ້ຮັບຮູ້ເຂົ້າໃຈ ແລະ ຊຸກຍູ້ເລັ່ງໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ບ້ານດັ່ງກ່າວມີ ເນື້ອທີ່ທັງໝົດ 144 ເຮັກຕາ ໃນນີ້ ມີເນື້ອທີ່ການຜະລິດມີ 120 ເຮັກຕາ ມີ 26 ໜ່ວຍ 260 ຄອບຄົວ 285 ຫຼັງຄາເຮືອນ ມີພົນລະເມືອງ 1.475 ຄົນ ຍິງ 740 ຄົນ ນຳພາສ້າງຂະບວນການພັດທະນາແມ່ຍິງ 3 ດີ ຊຸກຍູ້ສົ່ງເສີມປະຊາຊົນທຳການຜະລິດປູກຝັງ ລ້ຽງສັດໃນນັ້ນ ມີງົວ 125 ໂຕ ແບ້ 50 ໂຕ ສັດປີກ 1.800 ໂຕ ມີຄອບຄົວຕົວແບບໃນດ້ານຕ່າງໆ 26 ຄອບຄົວ ໃນນີ້ຕົວແບບດ້ານປູກຝັງ 22 ຄອບຄົວ ແລະ ລ້ຽງສັດມີ 4 ຄອບຄົວ ນອກນັ້ນ ປະຊາຊົນຍັງໄດ້ອາສາປະກອບສ່ວນທືນຮອນເພື່ອສ້ອມແປງເສັ້ນທາງທີ່ເປ່ເພໃຫ້ສາມາດທຽວໄປມາສະດວກດີ ນອກນັ້ນ ບ້ານສາມາດເກັບພາສີທີ່ດິນ ແລະ ອາກອນຫ້າງຮ້ານໄດ້ 129.438.581 ກີບ ສົ່ງມອບໃຫ້ເມືອງ 119.850.538 ກີບ ມີຫົວໜ່ວຍທຸລະກິດ 16 ພື້ນຖານ ພ້ອມນີ້ ຍັງເອົາໃຈໃສ່ຕໍ່ວຽກງານແກ້ໄຂສີ່ງຫຍໍ້ທໍ້ ແກ້ໄຂໄດ້ 29 ຄົນ ທັງໝົດແມ່ນໄດ້ສຶກສາອົບຮົມ ແລະ ຕັກເຕືອນ.

    ກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງ ແລະ ປະກາດຜົນຜູ້ລົງສະໝັກເປັນນາຍບ້ານຈຳນວນ 7 ທ່ານ ເລືອກເອົາທ່ານ ບຸນສົງ ບຸບຜາພັນ ເປັນນາຍບ້ານ ທ່ານ ຊົງກິດ ກາງຖິ່ນ ທ່ານ ຄູນ ຈັນທະວົງ ທ່ານ ທອງສະໝຸດ ບຸບຜາພັນ ແລະ ທ່ານ ສີສຸພັນ ທອງທຸມມາ ເປັນຄະນະບ້ານ ເຊິ່ງຄະນະບ້ານຊຸດໃໝ່ ຈະຕອ້ງໄດ້ສືບຕໍ່ຫັນເອົາວຽກງານໂຄສະນາສຶກສາອົບຮົມການເມືອງແນວຄິດ ແນວທາງຂອງພັກ ຖືເປັນສຳຄັນ ນຳພາຊຸກຍູ້ການຜະລິດໃຫ້ເຂັ້ມແຂງ ປະຕິບັດວຽກງານຢ່າງມີລະບົບມີປະສິດທິຜົນ ບົນຄວາມສາມັກຄີ ແລະ ເອກະພາບພາຍໃນ ເພື່ອພ້ອມກັນສຸມໃສ່ວຽກງານການຈັດຕັ້ງມອບໝາຍໃຫ້ມີຜົນສຳເລັດ ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ ຖະໜົນຫົນທາງດ້ວຍການປະກອບສ່ວນຂອງຜູ້ປະກອບການ ແລະ ປະຊາຊົນ ໂດຍຮ່ວມກັບການຈັດຕັ້ງບ້ານ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!