ເຊີນຈັບຈອງຫ້ອງວາງສະແດງສິນຄ້າໃນງານບຸນຊ່ວງເຮືອທ່າວັດຈັນ

     ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2022 ນີ້ວ່າ: ການຈັດງານບຸນຊ່ວງເຮືອອອກພັນສາປະວໍລະນາປະຈຳປີນີ້ ຄະນະກຳມະການຈັດງານຂອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ມອບໃຫ້ກຸ່ມບໍລິສັດດາວເຮືອງ ແລະ ຮ້ານອາຫານຟູຈິວາຣະ ເປັນຜູ້ສຳປະທານໃນການຈັດຫ້ອງວາງສະແດງສິນຄ້າ ເລີ່ມແຕ່ວັນທີ 8-11 ຕຸລາ 2022 ໂດຍໄດ້ກຳນົດເອົາພື້ນທີ່ວາງສະແດງສິນຄ້າຜະລິດຕະພັນຕ່າງໆໃນຂອບເຂດສວນເຈົ້າອານຸວົງ ແລະ ເຂດພາຍນອກຈໍານວນໜຶ່ງ ຄາດວ່າຈະມີຫ້າງຮ້ານເຂົ້າຮ່ວມວາງສະແດງ 600 ກວ່າຮ້ານ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າທີ່ມາທ່ຽວງານບຸນ ໄດ້ຊື້-ຂາຍ ແລກປ່ຽນຜະລິດຕະພັນຕ່າງໆພາຍໃນງານ ແນໃສ່ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວ ໂດຍສະເພາະການທ່ອງທ່ຽວຢູ່ເມືອງຈັນທະບູລີ ກໍຄືນະຄອນຫຼວງວຽງຈັນໃຫ້ມີບັນຍາກາດຟົດຟື້ນ ທັງເປັນການສົ່ງເສີມການໂຄສະນາວາງສະແດງສິນຄ້າ ຜະລິດຕະພັນຂອງລາວໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຫຼາຍຂຶ້ນ.

   ປັດຈຸບັນ ຜູ້ສຳປະທານຈັດງານກຳລັງກະກຽມຫ້ອງວາງສະແດງໄວ້ໃຫ້ບຸກຄົນທົ່ວໄປ ກໍຄືພໍ່ຄ້າຊາວຂາຍຜູ້ທີ່ສົນໃຈເຂົ້າໄປຈັບຈອງພື້ນທີ່ວາງສະແດງ (ບູດ) ເຊິ່ງມີຂະໜາດ 3×3 ແມັດ ປັດຈຸບັນ ມີຜູ້ເຂົ້າໄປຈັບຈອງແລ້ວ 262 ຫ້ອງ ຍັງເຫຼືອ 190 ຫ້ອງ ໂດຍກຳນົດໃນລາຄາ 3 ລ້ານກີບຕໍ່ຫ້ອງ ສຳລັບສິນຄ້າໂອດັອບ 700.000 ກີບ ແລະ ຄອບຄົວຕົວແບບ 1 ລ້ານກີບຕໍ່ຫ້ອງ  ຜູ້ທີ່ສົນໃຈສາມາດເຂົ້າໃຈຕິດຕໍ່ນໍາຄະນະຈັດງານດັ່ງກ່າວຢູ່ເມືອງຈັນທະບູລີໄດ້ ພ້ອມນັ້ນ ຄະນະຮັບຜິດຊອບຈັດງານຍັງມີມາດຕະການຕໍ່ຜູ້ລະເມີດຂໍ້ຫ້າມ ຖ້າຫາກມີກໍລະນີພາກຸ່ມຄົນໃດໜຶ່ງນຳເອົາຫ້ອງວາງສະແດງໄປຂາຍຕໍ່ ຫຼື ກຳນົດເອົາລາຄາສູງຂຶ້ນຈາກຄະນະກຳມະການຈັດງານກຳນົດໄວ້ ພາກສ່ວນກ່ຽວຂ້ອງຈະໃຊ້ມາດຕະການຢ່າງເຂັ້ມງວດ ໂດຍຈະມີການຖືກຍືດຄືນ ແລະ ປັບໃໝຕາມລະບຽບການ.

   ສຳລັບວຽກງານກະກຽມສະຖານທີ່ຊ່ວງເຮືອ ປັດຈຸບັນໄດ້ເລັ່ງອະນາໄມລວງຂອບຕາຝັ່ງຈຸດແຂ່ງຂັນເຮືອ (ບຸ່ງທ່າວັດຈັດ) ໃຫ້ມີຄວາມສະອາດຈົບງາມ ແລະ ໄດ້ມາດຕະຖານໃນການແຂ່ງຂັນເຮືອຍາວປະເພນີ ໄລຍະທາງຄວາມຍາວໃຫ້ໄດ້ 800-1000 ແມັດ ລວງກວ້າງ 50 ແມັດ ເລີກ 4 ແມັດ ລວມທັງເບື້ອງຈຸດປ່ອຍເຮືອ ແລະ ເສັ້ນໄຊໃຫ້ໄດ້ເບື້ອງລະ 80 ແມັດ.

error: Content is protected !!