ທ່ານ ໄຊສົມພອນ ພົມວິຫານ ຕ້ອນຮັບນາຍົກລັດຖະມົນຕີແຫ່ງ ສ.ກູບາ

    ວັນທີ 3 ຕຸລາ 2022 ທີ່ສະພາແຫ່ງຊາດແຫ່ງ ສປປ ລາວ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz) ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ກູບາ ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 2-4 ຕຸລາ 2022.

    ໃນໂອກາດນີ້ ສະຫາຍ ປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ແລະ ຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມ ແລະ ການຮ່ວມມືຖານອ້າຍນ້ອງຮ່ວມອຸດົມການດຽວກັນ ຂອງສອງຊາດ ລາວ-ກູບາ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

    ໃນໂອກາດດຽວກັນນີ້ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້ ພ້ອມທັງໄດ້ແຈ້ງໃຫ້ສະຫາຍ ໄຊສົມພອນ ພົມວິຫານ ຊາບ ກ່ຽວກັບຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ລວມເຖິງຜົນສໍາເລັດຂອງການພົບປະສອງຝ່າຍ ກັບສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໃນມື້ຜ່ານມາ ໄດ້ແຈ້ງໃຫ້ຊາບ ສະພາບພົ້ນເດັ່ນຂອງກູບາ ແລະ ທິດທາງການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ກູບາ ໃນຕໍ່ໜ້າ.

    ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແຫ່ງການຮ່ວມມືອັນດີງາມ ແລະ ຄວາມສາມັກຄີຖານອ້າຍນ້ອງ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃນໄລຍະສະໄໝຕໍ່ສູ້ກູ້ຊາດ ກໍຄືໄລຍະສ້າງສາປະເທດຊາດໃນປັດຈຸບັນ ສະຫາຍປະທານສະພາແຫ່ງຊາດລາວ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ອໍານາດປະຊາຊົນກູບາ ເຊິ່ງໃນເດືອນເມສາ 2022 ຜ່ານມາ ສອງປະທານສະພາ ໄດ້ມີກອງປະຊຸມພົບປະທາງໄກຮ່ວມກັນ ເຊິ່ງໄດ້ທົບທວນຄືນການພົວພັນຮ່ວມມື ການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານຕ່າງໆ ແລະ ອື່ນໆ ບົນພື້ນຖານການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ທີ່ລົງນາມຮ່ວມກັນໃນປີ 2019 ທັງໝົດນີ້ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງສອງຊາດ ລາວ-ກູບາ ບົນພື້ນຖານຮ່ວມອຸດົມການສັງຄົມນິຍົມ ພ້ອມນີ້ ສະຫາຍ ໄຊສົມພອນ ພົມວິຫານ ກໍໄດ້ຢືນຢັນຄືນວ່າ ພັກ ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ເຮັດສຸດຄວາມສາມາດ ຮ່ວມກັບພັກ ລັດຖະບານ ແລະ ປະຊົນກູບາອ້າຍນ້ອງ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງຊາດ ລາວ-ກູບາ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄືເພື່ອພາລະກິດສັນຕິພາບມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ ພ້ອມທັງຝາກຄວາມຢື້ຢາມຖາມຂ່າວຂອງການນໍາພັກ ແລະ ລັດຖະບານລາວ ກໍຄືໃນນາມສ່ວນຕົວ ສົ່ງຜ່ານ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ໄປຍັງການນໍາ ພັກ ແລະ ລັດລັດຖະບານກູບາ ໂດຍສະເພາະ ສະຫາຍ ເອັສເຕບານ ລາໂຊ ເຮີນານເດສ ປະທານສະພາແຫ່ງຊາດອໍານາດປະຊາຊົນແຫ່ງ ສ ກູບາ ພ້ອມຢໍ້າຄືນການເຊື້ອເຊີນສະຫາຍປະທານສະພາແຫ່ງຊາດອໍານາດປະຊາຊົນກູບາ ເດີນທາງຢ້ຽມຢາມ ສປປ ລາວ ໃນເວລາທີ່ມີຄວາມສະດວກ ແລະ ຂໍອວຍພອນໃຫ້ຄະນະ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ.

error: Content is protected !!