ກອງປະຊຸມເຜີຍແຜ່ ແລະ ທົບທວນບັນດາກິດຈະກຳມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ

    ກອງປະຊຸມເຜີຍແຜ່ ແລະ ທົບທວນບັນດາກິດຈະກຳມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ຈັດຂຶ້ນວັນທີ 3-4 ຕຸລາ 2022 ທີ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ເປັນປະທານຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ແລະ ທ່ານ ໂອເງິນ ປັນຍານຸວົງ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ  ກະຊວງ ຖວທ ມີທ່ານນາງ ພອນມະລິ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ ນວ ຮອງເຈົ້າເມືອງຈັນທະບູລີ ໄຊເສດຖາ ສີໂຄດຕະບອງ ແລະ ເມືອງສີສັດຕະນາກ ນອກນີ້ ຍັງມີວິທະຍາກອນຈາກກົມພັດທະນາກະຊວງ ຖວທ ແລະ ຄະນະກໍາມະການປະເມີນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນຂັ້ນ ນວ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ນໍາສະເໜີການຈັດຕັ້ງປະຕິບັດມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນຢູ່ ສປປ ລາວ ໃນໄລຍະຜ່ານມາ ທິດທາງການຈັດຕັ້ງປະຕິບັດມາດຕະຖານເມືອງສະອາດທ່ອງທ່ຽວອາຊຽນໃນຕໍ່ໜ້າ ສະເໜີອົງປະກອບ ແລະ ບັນດາຕົວຊີ້ວັດຂອງມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ແນະນໍາປຶ້ມຄູ່ມືມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ແລະ ພື້ນທີ່ເປົ້າໝາຍ ສະເໜີແບບຟອມການປະເມີນເມືອງທ່ອງທ່ຽວສະອາດອາຊຽນ ການຄິດໄລ່ຄະແນນ ຂັ້ນຕອນການອອກໃບຢັ້ງຢືນ ແລະ ຄະນະກໍາມະການປະເມີນຜົນ ນໍາສະເໜີຜົນສໍາເລັດ ບົດຮຽນທີ່ຖອດຖອນໄດ້ການຈັດຕັ້ງປະຕິບັດມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນຢູ່ ນວ ແລະ ໄດ້ຮັບລາງວັນຄັ້ງທີ 1 ປີ 2020 ທົບທວນແຜນກິດຈະກໍາ ເພື່ອປັບປຸງ ນວ ໃຫ້ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນຄັ້ງທີ 2 ປີ 2024 ແລະ ອື່ນໆ.

    ທ່ານນາງ ວິໄລວອນ ຈັນທະລາຕີ ກ່າວວ່າ: ປັດຈຸບັນ ອຸດສາຫະກໍາທ່ອງທ່ຽວໄດ້ກາຍເປັນຂະແໜງເສດຖະກິດທີ່ມີການຂະຫຍາຍຕົວໄວ ແລະ ຢູ່ໃນອັນດັບທີສອງຂອງໂລກ ຫຼາຍປະເທດໃນທົ່ວໂລກ ໄດ້ເອົາໃຈໃສ່ພິເສດຕໍ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ຖືເປັນຂະແໜງເສດຖະກິດຕົ້ນຕໍ ເພື່ອພັດທະນາເສດຖະກິດ-ສັງຄົມຂອງປະເທດ ເນື່ອງຈາກວ່າການທ່ອງທ່ຽວເປັນການສົ່ງອອກກັບທີ່ ເປັນອຸດສາຫະກໍາທີ່ບໍ່ມີຄວັນ ແລະ ນໍາເງິນຕາຕ່າງປະເທດເຂົ້າມາໃນປະເທດຢ່າງຫຼວງຫຼາຍ ເຊິ່ງມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ແມ່ນ 1 ໃນ 7 ມາດຕະຖານການທ່ອງທ່ຽວອາຊຽນທີ່ໄດ້ຮັບຮອງໂດຍບັນດາລັດຖະມົນຕີທ່ອງທ່ຽວອາຊຽນທັງ 10 ປະເທດ ດັ່ງນັ້ນ ແຕ່ລະປະເທດຕ້ອງໄດ້ປະຕິບັດເປັນເຈົ້າການຮ່ວມກັນ ໃນປີ 2019 ນວ ໄດ້ຮັບນາມມະຍົດເປັນເມືອງທ່ອງທ່ຽວສະອາດອາຊຽນ ເປັນແຫ່ງທີ 2 ຂອງ ສປປ ລາວ ແລະ ໄດ້ຮັບລາງວັນດັ່ງກ່າວໃນກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນທີ່ປະເທດບຣູໄນ.

    ເພື່ອສືບຕໍ່ຮັກສານາມມະຍົດເມືອງທ່ອງທ່ຽວສະອາດອາຊຽນນີ້ໄວ້ ຄະນະກໍາມະການທຸກພາກສ່ວນ ຈົ່ງພ້ອມກັນສຸມໃສ່ແກ້ໄຂບັນດາມາດຕະການທີ່ຍັງບໍ່ທັນໄດ້ຕາມເກນມາດຕະຖານຂອງອາຊຽນໃນການປະເມີນຄັ້ງຜ່ານມາ ຫາກຍັງແມ່ນໜ້າວຽກຂອງພາກສ່ວນໃດ ຢາກໃຫ້ພາກສ່ວນນັ້ນເປັນເຈົ້າການປັບປຸງຊ່ວຍ ໂດຍສະເພາະ ດ້ານຄວາມສະອາດຢູ່ພາຍໃນ ນວ ຍັງໄດ້ຄະແນນທີ່ຕໍ່າ ຖ້າທຽບໃສ່ມາດຕະຖານອື່ນ ແຕ່ເຖິງຢ່າງໃດກໍຕາມ ບັນດາພື້ນຖານຕ່າງໆທີ່ ນວ ມີໃນປັດຈຸບັນ ໄດ້ເປັນເງື່ອນໄຂພື້ນຖານໃນການປັບປຸງ ແລະ ພັດທະນາໃຫ້ເປັນເມືອງທ່ອງທ່ຽວສະອາດອາຊຽນໄດ້ ພ້ອມນັ້ນ ພາຍໃຕ້ການຊີ້ນໍາຂອງການນໍາ ນວ ແລະ ການຮ່ວມມືຈາກທຸກພາກສ່ວນທົ່ວ ນວ ໃນການປັບປຸງເງື່ອນໄຂຕ່າງໆໃຫ້ໄດ້ມາດຕະຖານອາຊຽນ ຈະສາມາດນໍາສະເໜີ ນວ ເປັນເມືອງທ່ອງທ່ຽວໃນປີ 2024 ທີ່ຈະມາເຖິງນີ້ອິກສະໄໝ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!