WHO ຈັດ​ສັນງົບສຸກເສີນ 150.000 ໂດລາສະຫະລັດ ເພື່ອສະໜັບສະໜູນການຮັບມືກັບໄພນ້ຳຖ້ວມໃນເນປານ

ອົງການອະນາໄມໂລກ (WHO) ໄດ້ຈັດສັນເງິນຈຳນວນ 150.000 ໂດລາສະຫະລັດ ຈາກ ກອງທຶນສຸກເສີນດ້ານສາທາລະນະສຸກພາກພື້ນອາຊີຕາເວັນອອກສຽງໃຕ້ (SEARHEF) ເພື່ອສະໜັບສະໜູນຄວາມຕ້ອງການດ່ວນດ້ານສຸຂະພາບ ແລະ ດ້ານອື່ນໆ ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດອຸທົກກະໄພຈາກ​ນ້ຳໄຫຼ​ຊຸ​ກະ​ທັນ​ຫັນ​ຢ່າງຮຸນແຮງໃນເນປານ ເຊິ່ງນັບເປັນໜຶ່ງໃນໂສກນາດຕະກຳຄັ້ງຮ້າຍແຮງທີ່ສຸດຂອງປະເທດໃນຮອບຫຼາຍປີຜ່ານມາ.

ດຣ. ນິເລສ ພຸດທະ (Dr Nilesh Buddha), ຮັກສາການຫົວໜ້າຫ້ອງການ WHO ປະຈຳພາກພື້ນອາຊີຕາເວັນອອກສຽງໃຕ້, ກ່າວວ່າ: “ງົບສຸກເສີນນີ້ຈະຖືກນຳໃຊ້ເພື່ອສະໜັບສະໜູນບັນດາບູລິມະສິດຂອງການຮັບມືໃນໄລຍະຮີບດ່ວນ. WHO ມຸ່ງໝັ້ນທີ່ຈະສະໜັບສະໜູນເນປານຕະຫຼອດໄລຍະການຮັບມື ແລະ ການຟື້ນຟູ,”

ກ່ອນໜ້ານີ້, ພາຍໃນບໍ່ຮອດຊົ່ວໂມງຫຼັງເກີດເຫດນ້ຳໄຫຼ​ຊຸ​ກະ​ທັນ​ຫັນ​ຢ່າງຮຸນແຮງໃນວັນທີ 26 ສິງຫາ, WHO ໄດ້ລະດົມ ແລະ ຈັດສົ່ງອຸປະກອນການແພດສຸກເສີນທີ່ຈຳເປັນ ລວມທັງ ຊຸດອຸປະກອນສຸຂະພາບສຸກເສີນລະຫວ່າງອົງການ (Interagency Emergency Health Kit) ເຊິ່ງສາມາດຮອງຮັບຄວາມຕ້ອງການດ້ານສຸຂະພາບຂອງປະຊາຊົນເກືອບ 10.000 ຄົນ ເປັນເວລາ 3 ເດືອນ ພ້ອມດ້ວຍເຕັ້ນອະເນກປະສົງ.

ອີງຕາມຄວາມຕ້ອງການຮີບດ່ວນ, WHO ຍັງໄດ້ລະດົມໜ້າກາກອະນາໄມ ແລະ ຖົງມືຜ່າຕັດ, ເຈວລ້າງມື ແລະ ອຸປະກອນການແພດອື່ນໆ ເພື່ອຈັດສົ່ງໄປຍັງເຂດທີ່ໄດ້ຮັບຜົນກະທົບ.

ຕາມບົດລາຍງານຫຼ້າສຸດຈາກທາງການເນປານ, ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 730 ຄົນ, ປະມານ 2,500 ຄົນຍັງສູນຫາຍ, ມີຫຼາຍກວ່າ 200 ຄົນໄດ້ຮັບບາດເຈັບ ແລະ 74 ຄົນກຳລັງຮັບການປິ່ນປົວ.

ຄາດວ່າ ມີປະມານ 10,000 ຄອບຄົວ ຕ້ອງການການຊ່ວຍເຫຼືອດ່ວນໃນ 6 ເມືອງ ຂອງແຂວງບັກມະຕີ (Bagmati) ແລະ ແຂວງກັນດາກີ (Gandaki) ເຊິ່ງເປັນເຂດທີ່ໄດ້ຮັບຜົນກະທົບຮ້າຍແຮງຈາກນ້ຳຖ້ວມ.

ມີການລາຍງານເຖິງການສູນເສຍຊີວິດຈຳນວນຫຼາຍ, ການອົບພະຍົບຈາກຖິ່ນຖານ ແລະ ຄວາມເສຍຫາຍຕໍ່ໂຄງລ່າງພື້ນຖານທີ່ສຳຄັນ ລວມທັງສະຖານພະຍາບານ.

ສະຖານພະຍາບານ 4 ແຫ່ງໃນເມືອງຣາຊູວາ (Rasuwa) ທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ໄດ້ຮັບຄວາມເສຍຫາຍໝົດທັງໝົດ ແລະ ອີກ 2 ແຫ່ງໃນເມືອງດາດິງ (Dhading) ໄດ້ຮັບຄວາມເສຍຫາຍບາງສ່ວນ. ໂຮງໝໍ 2 ແຫ່ງ ຄື ໃນເມືອງດາດິງ ແລະ ຕຣິຊູລີ (Trishuli) ບໍ່ສາມາດເຂົ້າເຖິງໄດ້ ເນື່ອງຈາກຖະໜົນຫົນທາງໄດ້ຮັບຄວາມເສຍຫາຍ. ການເຂົ້າເຖິງປະຊາຊົນທີ່ພັດຖິ່ນໃນເຂດທີ່ການຄົມມະນາຄົມຖືກຕັດຂາດ ຍັງຄົງເປັນສິ່ງທ້າທາຍ.

WHO ກຳລັງເຮັດວຽກຢ່າງໃກ້ຊິດກັບລັດຖະບານເນປານ ແລະ ບັນດາຄູ່ຮ່ວມງານ ເພື່ອປະສານງານການຮັບມືດ້ານສຸຂະພາບ, ເສີມສ້າງການເຝົ້າລະວັງພະຍາດ, ຮັກສາການໃຫ້ບໍລິການສຸຂະພາບທີ່ຈຳເປັນ ແລະ ກວດຫາພ້ອມທັງແກ້ໄຂຄວາມສ່ຽງດ້ານສຸຂະພາບທີ່ເກີດຂຶ້ນໃໝ່.

ຄວາມສ່ຽງເຫຼົ່ານີ້ ລວມມີ ການຈົມນ້ຳ, ການບາດເຈັບ, ພະຍາດຖອກທ້ອງ ແລະ ພະຍາດລະບົບຫາຍໃຈ, ພະຍາດທີ່ແຜ່ຜ່ານນ້ຳ ແລະ ອາຫານ, ພ້ອມທັງພະຍາດທີ່ມີພາຫະນະນຳໂຣກ ແລະ ອື່ນໆ.

ການສູນເສຍຄົນຮັກ, ເຮືອນຊານ ແລະ ແຫຼ່ງລາຍໄດ້, ລວມເຖິງການພັດຖິ່ນ ແລະ ຄວາມບໍ່ແນ່ນອນໃນຊີວິດ ຍັງສາມາດສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ ສຸຂະພາບຈິດ ແລະ ຄວາມຜາສຸກດ້ານຈິດສັງຄົມ ຂອງຊຸມຊົນທີ່ໄດ້ຮັບຜົນກະທົບ.

ກ່ຽວກັບ SEARHEF

ກອງທຶນສຸກເສີນດ້ານສາທາລະນະສຸກພາກພື້ນອາຊີຕາເວັນອອກສຽງໃຕ້ (SEARHEF) ແມ່ນກົນໄກຫຼັກລະດັບພາກພື້ນຂອງ WHO ສຳລັບການສະໜອງທຶນຢ່າງວ່ອງໄວ ແລະ ຍືດຫຍຸ່ນ ເພື່ອຮອງຮັບການຮັບມືຕໍ່ສະຖານະການສຸກເສີນຢ່າງທັນການ ແລະ ເສີມສ້າງຄວາມພ້ອມຮັບມືຕໍ່ສະຖານະການສຸກເສີນ ໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້ຂອງ WHO.

ການຈັດສັນງົບໃຫ້ແກ່ເນປານໃນຄັ້ງນີ້ ເປັນການສະໜັບສະໜູນເຫດສຸກເສີນດ້ານສຸຂະພາບຄັ້ງທີ 54 ນັບແຕ່ SEARHEF ເລີ່ມດຳເນີນງານໃນປີ 2008.

ຂໍ້​ມູນ​ເພີ້ມ​ເຕີມ – South-East Asia Regional Health Emergency Fund

​ຂໍ້​ມູນ​ກ່ຽວ​ກັບ​ນ້ຳ​ຖ້​ວມ​ຢູ່​ເມືອງ Rasuwa – WHO Nepal | World Health Organization

For access to B-roll: UN Media

For access to images: WHO Multimedia

error: Content is protected !!