ທ່ານ ທອງລຸນ ສີສຸລິດ ປະທານປະເທດ ຢ້ຽມຢາມພື້ນຖານການຜະລິດປະຊາຊົນບ້ານນາຫາດ ເມືອງຄຳເກີດ ແຂວງບໍລິຄໍາໄຊ ວັນທີ 22 ມີນາ 2023 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍການນຳຂັ້ນເມືອງ ພະແນກການ ອຳນາດການປົກຄອງບ້ານ ແລະ ປະຊາຊົນບ້ານນາຫາດ.


ໂອກາດນີ້ ທ່ານ ສົມພົນເພັງ ລາດສະສົມບັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳເກີດ ກໍໄດ້ລາຍງານ ວ່າ: ບ້ານນາຫາດ ແມ່ນບ້ານໜຶ່ງທີ່ຂຶ້ນກັບເຂດໜອງອໍ້-ນາແປ ປະຊາຊົນຍຶດຖືອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍມາແຕ່ດົນນານ ໂດຍອີງໃສ່ຈຸດເດັ່ນ ຄື: ດິນ ນໍ້າ ລວມທັງສະພາບອາກາດເໝາະສົມ ຄະນະນໍາຂອງເມືອງ ກໍຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ສຸມໃສ່ລົງຊຸກຍູ້-ສົ່ງເສີມ ຊອກຫາແຫຼ່ງທຶນເຂົ້າມາພັດທະນາ ປີ 2001-2002 ສະເໜີໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລົງ ມາຊຸກຍູ້-ສົ່ງເສີມ ແລະ ປະເມີນຄວາມເປັນໄປໄດ້ໃນການປູກຜັກສະອາດ ຕາມເຕັກນິກຂອງນັກວິຊາການ ປີ 2004 ມີ 15 ຄອບຄົວເຂົ້າຮ່ວມ ໄລຍະນັ້ນການປູກຜັກສ່ວນຫຼາຍແມ່ນປູກໄລຍະລະດູແລ້ງ (ເດືອນ 11-3 ຂອງທຸກປີ) ເຫັນວ່າມີລາຍຮັບດີຂຶ້ນເທື່ອລະກ້າວ ທັງເປັນຕົວແບບໃຫ້ຄອບຄົວອື່ນໆ ປີ 2019 ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄໍາເກີດ ຈຶ່ງໄດ້ຂຽນແຜນຂໍງົບປະມານນຳພະແນກກະສິກຳ ແລະ ປ່າໄມ້ 104.165.000 ກີບ ເພື່ອສ້າງເຮືອນຮົ່ມປູກໄລຍະລະດູຝົນ ຊື້ຜ້າຢາງເຮັດເຮືອນຮົ່ມ 10 ກໍ້ ເຄື່ອງຈັກພວນດິນ 2 ເຄື່ອງ ແລະ ມອບແນວພັນພືດຜັກປະເພດຕ່າງໆໃຫ້ຈໍານວນໜຶ່ງ ປີ 2020-2021 ໄດ້ຮັບທຶນງົບປະມານຈາກໂຄງການແຜນງານລາວ030 ທຶນຊ່ວຍເຫຼືອຈາກລັດຖະບານຣາຊະອານາຈັກລຸກຊຳບວກ ເຂົ້າມາຊຸກຍູ້-ສົ່ງເສີມ 348.362.000 ກີບ ສ້າງຫ້ອງການກຸ່ມຊາວສວນ 1 ຫຼັງ ຊື້ເຄື່ອງຕົ້ມນໍ້າຄວັນໄມ້ 1 ເຄື່ອງ ເຄື່ອງບົດຝູ່ນ 1 ເຄື່ອງ ຈັດເຝິກອົບຮົມໃຫ້ກຸ່ມປູກຜັກຮູ້ເຕັກນິກການປູກ ແລະ ຂັ້ນຕອນການຜະລິດປູກຜັກອິນຊີ ນໍາພາກຸ່ມປູກຜັກໄປຖອດຖອນບົດ ຮຽນຢູ່ແຂວງຊຽງຂວາງ 1 ຄັ້ງ ນະຄອນຫຼວງວຽງຈັນ 2 ຄັ້ງ ແລະ ໄດ້ຫັນປ່ຽນຈາກການປູກຜັກສະອາດ ມາເປັນການປູກຜັກອິນຊີ ມີສະມາຊິກ 15 ຄອບຄົວ ມີເຮືອນຮົ່ມ 21 ຫຼັງ ແຕ່ງຕັ້ງຄະນະບໍລິຫານກຸ່ມປູກຜັກອິນຊີ 7 ທ່ານ ແລະ ແບ່ງເປັນ 4 ຈຸ ສ່ວນ 25 ຄອບຄົວ ແມ່ນຍັງປູກຜັກສະອາດ ໄລຍະ 5 ປີຜ່ານມາສາມາດສ້າງລາຍຮັບໄດ້ 2.464.000.000 ກີບ ໃນນີ້ຕົ້ນທຶນການຜະລິດ (ທຶນຄົງທີ່ ແລະ ທຶນໝູນວຽນ) 1.392.000.000 ກີບ ກໍາໄລ 1.072.000.000 ກີບ ປັດຈຸບັນກຸ່ມປູກຜັກອິນຊີບ້ານນາຫາດ ໄດ້ຮັບໃບຢັ້ງຢືນມາດຕະຖານກະສິ ກຳອິນຊີລາວ ຈາກກົມປູກຝັງ ກະ ຊວງກະສິກຳ ແລະ ປ່າໄມ້ ສາມາດປູກຜັກອີນຊີໄດ້ທັງ 2 ລະດູ ຕອບສະໜອງໃຫ້ຕະຫຼາດພາຍໃນເມືອງ ແລະ ສົ່ງອອກຕ່າງແຂວງ.


ທ່ານປະທານປະເທດ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຜົນງານການນໍາພາ-ຊີ້ນຳຂອງອຳ ນາດການປົກກຄອງທຸກຂັ້ນ ພ້ອມທັງໄດ້ຮຽກຮ້ອງໃຫ້ປະຊາຊົນພາຍໃນບ້ານນາຫາດ ເພີ່ມທະວີຄວາມສາມັກຄີປອງດອງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຫ້າວຫັນຕໍ່ການຜະລິດ ຜະລິດໃຫ້ຫຼາຍກາຍເປັນສິນຄ້າ ພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ນອກນີ້ທ່ານປະທານປະເທດກໍໄດ້ມອບເງິນຈຳນວນໜຶ່ງໃຫ້ກຸ່ມປູກຜັກອິນຊີບ້ານນາຫາດ ເພື່ອນຳໃຊ້ການຜະລິດ ຕື່ມອີກ.