ເມືອງສີໂຄດຕະບອງ ຈັດກິດຈະກໍາກີລາ 2 ປະເພດ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ

    ໜ່ວຍງານກີລາ-ກາຍະກໍາ ຮ່ວມກັບໜ່ວຍງານພະລະສິລະປະສຶກສາ ຫ້ອງການສຶກສາທິການ ແລະ ກີລາ ເມືອງສີໂຄດຕະບອງ ຈັດກິດຈະກໍາກີລາບານເຕະຊາຍ-ດຶງເຊືອກຍິງ (ຄູ-ອາຈານ) ພາຍໃນເມືອງສີໂຄດຕະບອງ ຊີງຂັນຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງສີໂຄດຕະບອງ ເພື່ອເປັນການສະເຫຼີມ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ ຂຶ້ນໃນວັນທີ 1 ຕຸລາ 2022 ຢູ່ເດີ່ນຫຍ້າທຽມໂຮງຮຽນປະຖົມວຽງສະຫວັນ ໂດຍການເປັນປະທານຂອງທ່ານ ມະນີຫົງ ຈັນທະວົງສາ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງສີໂຄດຕະບອງ ພ້ອມດ້ວຍພະນັກງານ ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

    ການແຂ່ງຂັນຄັ້ງນີ້ ມີທີມທີ່ເຂົ້າຮ່ວມທັງໝົດ 35 ທີມ ໃນນັ້ນ ບານເຕະຊາຍ ຄູ-ອາຈານ ມີ 14 ທີມ ສ່ວນດຶງເຊືອກຍິງ ຄູ-ອາຈານ ມີ 21 ທີມ ຜ່ານການແຂ່ງຂັນ ຜົນປາກົດວ່າ: ປະເພດບານເຕະຊາຍ ຊະນະເລີດ ທີມໂຮງຮຽນ ມສ ນິຕ້າ ຮອງຊະນະເລີດ ທີມໂຮງຮຽນ ມສ ຮຸ່ງເຮືອງ ອັນດັບ 3 ທີມໂຮງຮຽນສີນະພາ ແລະ ອັນດັບ 1 ທີມໂຮງຮຽນກຸ່ມບ້ານໃໝ່ ສ່ວນການແຂ່ງຂັນດຶງເຊືອກຍິງ ຊະນະເລີດ ທີມໂຮງຮຽນກຸ່ມປະຖົມຈັນສະຫວ່າງ ຮອງຊະນະເລີດ ທີມໂຮງຮຽນ ມຕ ໜອງບຶກ+ມຕ ໜອງໜ້ຽວ ອັນດັບ 3 ທີມໂຮງຮຽນ ມສ ຈັນສະຫວ່າງ ແລະ ອັນດັບ 4 ທີມໂຮງຮຽນກຸ່ມປະຖົມໜອງບຶກ.

 # ຂ່າວ – ພາບ : ສີພອນ

error: Content is protected !!