ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງນາຍົກລັດຖະມົນຕີແຫ່ງ ສ ກູບາ

    ວັນທີ 3 ຕຸລາ 2022 ຜ່ານມາ ທີ່ຫ້ອງວ່າການສູນກາງພັກ ສະຫາຍທອງລຸນ ສີສຸລິດ ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງສະຫາຍ ມານູເອັນມາເຣໂຣກຣູຊ໌ (Manuel Marrero Cruz) ນາຍົກລັດຖະມົນຕີແຫ່ງສາທາລະນະລັດກູບາ ໂອກາດເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 2-4 ຕຸລາ 2022.

    ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງສະຫາຍມານູເອັນມາເຣ ໂຣກຣູຊ໌ ແລະ ຄະນະໃນຄັ້ງນີ້ ເຊິ່ງຖືວ່າເປັນຄັ້ງທໍາອິດຂອງການຢ້ຽມຢາມຂັ້ນນາຍົກລັດຖະມົນຕີ ແລະ ເປັນຄັ້ງປະຫວັດສາດທີ່ມີຄວາມໝາຍສໍາຄັນ ປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານສະຫາຍອ້າຍນ້ອງລະຫວ່າງສອງປະເທດ ລາວ-ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

    ໂອກາດດຽວກັນ ສະຫາຍ ມານູເອັນມາເຣໂຣກຣູຊ໌ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້ ພ້ອມທັງໄດ້ແຈ້ງໃຫ້ສະຫາຍ ທອງລຸນ ສີສຸລິດ ຊາບກ່ຽວກັບຜົນການພົບປະກັບສະຫາຍນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໃນວັນທີ 2 ຕຸລາ 2022 ຜ່ານມາ ເຊິ່ງສອງຝ່າຍໄດ້ແຈ້ງສະພາບພາຍໃນໃຫ້ກັນຊາບ ໄດ້ທົບທວນຄືນການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆໃນໄລຍະຜ່ານມາ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລວມເຖິງການແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ກ່ຽວກັບສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ພ້ອມນີ້ ສະຫາຍມານູເອັນມາເຣໂຣກຣູຊ໌ ກໍ່ໄດ້ນໍາເອົາຄໍາຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນຂອງສະຫາຍ ມີເກັນດີເອັດສ-ກາແນນ ເລຂາທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງສາທາລະນະລັດກູບາ ເຖິງສະຫາຍ ທອງລຸນ ສີສຸລິດ ເດີນທາງຢ້ຽມຢາມກູບາໃນໂອກາດອັນເໝາະສົມ.

    ພ້ອມດຽວກັນ ສະຫາຍ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍ ຂອງສອງນາຍົກລັດຖະມົນຕີ ພ້ອມທັງສະແດງຄວາມປິຕິຍິນດີ ທີ່ເຫັນເຫັນວ່າສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ ສອງລັດ ແລະປະຊາຊົນສອງຊາດລາວ-ກູບາ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເຖິງແມ່ນວ່າສອງປະເທດຈະຢູ່ຫ່າງໄກກັນກໍຕາມ ເຊິ່ງສະແດງອອກໃນການພົວພັນທາງດ້ານການເມືອງລະຫວ່າງສອງປະເທດສືບຕໍ່ໜັກແໜ້ນ ສອງຝ່າຍມີຄວາມເຂົ້າອົກເຂົ້າໃຈກັນດີ ມີທັດສະນະຄ້າຍຄືກັນຕໍ່ຫຼາຍໆບັນຫາ ແລະ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນດ້ານຕ່າງໆ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລວມທັງໃນເວທີພາກພື້ນ ແລະ ສາກົນ ນັບແຕ່ສະໄໝຕໍ່ສູ້ກູ້ຊາດຈົນເຖິງປັດຈຸບັນ.

    ພ້ອມນີ້ ສະຫາຍ ທອງລຸນ ສີສຸລິດ ກໍໄດ້ຢືນຢັນຄືນວ່າ ພັກ ລັດ ແລະ ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ເຮັດສຸດຄວາມສາມາດຮ່ວມກັບພັກ ລັດ ແລະ ປະຊາຊົນກູບາອ້າຍນ້ອງ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງຊາດລາວ-ກູບາໃຫ້ນັບມື້ນັບຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງທີ່ເປັນຮູບປະທຳມາສູ່ປະຊາຊົນສອງຊາດ ພິເສດ ສອງຝ່າຍຈະຮ່ວມກັນສະເຫຼີມສະຫຼອງຄົບຮອບ 50 ປີການສ້າງຕັ້ງສາຍພົວພັນການທູດລາວ-ກູບາໃນປີ 2024 ແລະ ຍັງໄດ້ເນັ້ນຕື່ມວ່າ ສອງຝ່າຍຄວນສືບຕໍ່ເພີ່ມທະວີການຮ່ວມມືກັນໃນວຽກງານ ແລະຂະແໜງການຕ່າງໆເຊັ່ນ: ການສຶກສາ ກີລາ ສາທາລະນະສຸກ ລວມທັງຂະແໜງການໃໝ່ອື່ນໆທີ່ສອງຝ່າຍມີທ່າແຮງ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ຄໍາຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນຂອງສະຫາຍ ມີເກັນດີເອັດສ-ກາແນນ ພ້ອມທັງໄດ້ຝາກຄວາມຄິດຮອດຄິດເຖິງ ຄໍາຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນປະເສີດຜ່ານສະຫາຍ ມານູເອັນມາເຣໂຣກຣູຊ໌  ໄປຍັງສະຫາຍມີເກັນດີເອັດສ-ກາແນນ  ເລຂາທີໜຶ່ງ ຄະນະບໍລິຫານງານສູນກາງພັກຄອມມູນິດກູບາ ປະທານປະເທດແຫ່ງສາທາລະນະລັດກູບາ ບັນດາສະຫາຍການນໍາພັກ-ລັດກູບາ ແລະ ປະຊາຊົນກູບາອ້າຍນ້ອງທຸກຖ້ວນໜ້າ.

error: Content is protected !!