ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈໍາປີ 2022

    ເພື່ອເປັນການຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ທັງເປັນການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ-ເງິນຕາໃຫ້ປາກົດຜົນເປັນຈິງ

    ວັນທີ 30 ກັນຍາ 2022 ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈໍາປີ 2022 ໄດ້ໄຂຂຶ້ນ ໂດຍອີງຕາມລະບອບປະຊຸມສະພາບໍລິຫານ ທຫລ ທີ່ກໍານົດໄວ້ເພື່ອເປັນການສະຫຼຸບ-ຕີລາຄາໝາກຜົນຂອງການເຄື່ອນໄຫວວຽກງານທະນາຄານແຫ່ງ ສປປ ລາວ ໃນໄລຍະ 8 ເດືອນຕົ້ນປີ ແລະ ກໍານົດທິດທາງແຜນການ 4 ເດືອນທ້າຍປີ 2022 ເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ ປະທານສະພາບໍລິຫານ ທຫລ ມີສະມາຊິກສະພາບໍລິຫານ ທຫລເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືໜ້າວຽກທີ່ພົ້ນເດັ່ນ 4 ໜ້າວຽກຄື: ການເຄື່ອນໄຫວວຽກງານພົ້ນເດັ່ນຂອງ ທຫລ 8 ເດືອນຕົ້ນປີ ແລະ ທິດທາງແຜນການ 4 ເດືອນທ້າຍປີ 2022 ການຈັດຕັ້ງປະຕິບັດແຜນເງິນຕາຂອງ ທຫລ 8 ເດືອນຕົ້ນປີ 2022 ແລະ ທິດທາງແຜນການ4 ເດືອນທ້າຍປີ 2022 ການຈັດຕັ້ງປະຕິບັດແຜນງົບປະມານຂອງ ທຫລ 6 ເດືອນຕົ້ນປີ ຄາດຄະເນປະຕິບັດ 6 ເດືອນທ້າຍປີ ແລະ ສະເໜີດັດແກ້ແຜນງົບປະມານ ປະຈຳປີ 2022 ແລະ ການລາຍງານຄວາມຄືບໜ້າຂອງໂຄງການເງິນກູ້ຈາກທະນາຄານພັດທະນາແຫ່ງຊາດຈີນ (CDB) ເພື່ອສົ່ງເສີມ SME ໃນ ສປປ ລາວ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!